ການລາຍງານອາຊະຍາກຳສັດປ່າ

ຖ້າທ່ານເຫັນສັດປ່າຖືກຈຳໜ່າຍ ຫຼື ກັກຂັງໄວ້ທ່ານຄວນເຮັດແນວໃດ?

  1. ຫ້າມບໍ່ໃຫ້ຈ່າຍເງິນເພື່ອຊື້ເອົາສັດປ່າໂຕນັ້ນ. ເພາະອາດເຮັດໃຫ້ຄົນທີ່ຂາຍສັດປ່ານັ້ນຄິດວ່າມັນເປັນສິ່ງທີ່ຖືກຕ້ອງທີ່ຄົນເຮົາເຕັມໃຈຈ່າຍເງິນໃຫ້ສຳລັບການຈັບສັດປ່າທີ່ຜິດກົດໝາຍ.
  2. ບັນທຶກລາຍລະອຽດໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້ກ່ຽວກັບສິ່ງທີ່ທ່ານໄດ້ເຫັນວ່າຢູ່ບ່ອນໃດ. ຖ້າເປັນໄປໄດ້ໃຫ້ຖ່າຍຮູບ ແລະ ບັນທຶກສະຖານທີ່ຢ່າງລະອຽດ.        
  3. ລາຍງານສິ່ງທີ່ທ່ານໄດ້ເຫັນ! ຖ້າບໍ່ມີໃຜຮູ້ຈັກກໍ່ບໍ່ສາມາດດໍາເນີນການໄດ້. ກະລຸນາຂຽນລາຍງານໃຫ້ໜ່ວຍງານຄຸ້ມຄອງສັດປ່າໃນທ້ອງຖິ່ນ ຫຼື ອົງການກູ້ໄພສັດປ່າທີ່ບໍ່ຫວັງຜົນກຳໄລ.
  4. ຖ້າວ່າເຫັນສັດປ່າຢູ່ໃນສະຖານທີ່ທ່ອງທ່ຽວແຫ່ງໃດ ທ່ານຕ້ອງແຊຣຣີວິວນັ້ນໄປຍັງໝູ່ເພື່ອນຄົນອື່ນໆ. ສິ່ງນີ້ກໍ່ເພື່ອແຈ້ງໃຫ້ແຂກທຸກຄົນບໍ່ໃຫ້ເຂົ້າໄປສະໜັບສະໜູນສະຖານທີ່ດັ່ງກ່າວ.

ກະລຸນາຊ່ວຍພວກເຮົາລາຍງານອາຊະຍາກຳສັດປ່າໃນປະເທດລາວທຸກບ່ອນທີ່ທ່ານພົບເຫັນ

ຍິ່ງມີການລາຍງານ ພວກເຮົາກໍ່ຍິ່ງສາມາດຊ່ວຍເຫຼືອສັດປ່າໄດ້ຫຼາຍຂຶ້ນ. ທ່ານສາມາດຕິດຕໍ່ພວກເຮົາຜ່ານທາງໂທລະສັບ, ອີເມວ, ສົ່ງຂໍ້ຄວາມທາງເຟສບຸກ ຫຼື ຂຽນລາຍງານໂດຍກົງໃສ່ແບບຟອມຂ້າງລຸ່ມນີ້.

ສາຍດ່ວນກູ້ໄພສັດປ່າຂອງພວກເຮົາສາມາດຕິດຕໍ່ໄດ້ຕະຫຼອດ 24 ຊົ່ວໂມງເປັນພາສາອັງກິດ, ພາສາລາວແມ່ນ 9 ໂມງເຊົ້າ – 5 ໂມງແລງ.

ແຕ່ໜ້າເສຍດາຍ, ເນື່ອງຈາກແຫຼ່ງທຶນຂອງພວກເຮົາຍັງມີຈຳກັດ ສະນັ້ນ, ພວກເຮົາຈຶ່ງບໍ່ສາມາດຮັບໄດ້ສັດລ້ຽງໃນບ້ານເຊັ່ນ: ແມວ ແລະ ໝາ.

    ຕິດຕໍ່ພວກເຮົາ

    ດາວໂຫຼດອິນໂຟກຣາຟິກຂອງພວກເຮົາ