ຕິດຕໍ່ພວກເຮົາ

ຖ້າທ່ານມີຄຳຖາມໃດກ່ຽວກັບມູນນິທິອະນຸລັກສັດປ່າລາວ, ທ່ານສາມາດຕິດຕໍ່ຫາພວກເຮົາທາງອີເມວ ຫຼື ສົ່ງຂໍ້ຄວາມທາງເຟສບຸກ.

ຖ້າທ່ານສົນໃຈມາເປັນອາສາສະໝັກກັບພວກເຮົາ, ກະລຸນາສົ່ງອີເມວມາທີ່ volunteer@lctwildlife.org ເພື່ອຂໍເບິ່ງຂໍ້ມູນເພີ່ມເຕີມ.

ສາຍດ່ວນກູ້ໄພສັດປ່າຂອງພວກເຮົາສາມາດຕິດຕໍ່ໄດ້ຕະຫຼອດ 24 ຊົ່ວໂມງເປັນພາສາອັງກິດ, ພາສາລາວແມ່ນ 9 ໂມງເຊົ້າ – 5 ໂມງແລງ.

ທ່ານຍັງສາມາດຕິດຕໍ່ພວກເຮົາໂດຍກົງຜ່ານແບບຟອມຢູ່ຂ້າງລຸ່ມຂອງເພຈ໌ນີ້. ເຊີນກົດເຂົ້າເບິ່ງຄຳຖາມທີ່ຖືກຖາມເຂົ້າມາເລື້ອຍໆຢູ່ດ້ານລຸ່ມນີ້ ເພື່ອກວດເຊັກວ່າຄຳຖາມຂອງທ່ານແມ່ນໄດ້ຖືກຕອບແລ້ວ ຫຼື ບໍກ່ອນທີ່ທ່ານຈະຕິດຕໍ່ຫາພວກເຮົາ! ຖ້າທ່ານລາຍງານອາຊະຍາກຳສັດປ່າ, ກະລຸນາເຂົ້າເບິ່ງເພຈ໌ລາຍງານຂອງພວກເຮົາ.

ຄຳຖາມທີ່ຖືກຖາມເຂົ້າມາເລື້ອຍໆ

ສູນຂອງພວກເຮົາ

ຂ້ອຍສາມາດມາຢ້ຽມຢາມສູນໄດ້ບໍ?

ໂດຍໄດ້, ທ່ານສາມາດມາ! ປັດຈຸບັນນີ້ທ່ານສາມາດເຂົ້າມາຢ້ຽມຢາມສວນສັດລາວ ເພື່ອເບິ່ງຊົມບາງວຽກງານທີ່ພວກເຮົາໄດ້ເຮັດຢູ່ໃນນີ້.

ພວກເຮົາຍັງມີທົວເປັນພາສາອັງກິດຢູ່ໃນສູນດ້ວຍຜູ້ຊ່ຽວຊານດ້ານສັດປ່າ. ພວກເຮົາຂໍພຽງແຕ່ບໍລິຈາກດ້ວຍຄວາມສະໝັກໃຈໃຫ້ກັບອົງການກຸສົນຂອງພວກເຮົາ. ກະລຸນາຕິດຕໍ່ຫາພວກເຮົາ ເພື່ອຂໍຂໍ້ມູນເພີ່ມເຕີມ ຫຼື ສັ່ງຈອງ!

ພວກເຮົາອາດຈະມີທົວທີ່ເປັນພາສາລາວໃນມໍ່ໆນີ້ ສະນັ້ນ, ເຊີນກົດຕິດຕາມການອັບເດດຂ່າວໃນໂຊເຊຍມີເດຍຂອງພວກເຮົາ!

ຂ້ອຍຈະມາທີ່ສູນໄດ້ແນວໃດ?

ທ່ານສາມາດຂີ່ລົດແທັກຊີ່ຈາກນະຄອນຫຼວງວຽງຈັນໂດຍກົງມາຫາສູນຂອງພວກເຮົາ (ລາຄາປະມານ 400,000ກີບ) ຫຼື ວ່າຂີ່ລົດຕູ້ໂດຍສານຢູ່ຄິວລົດເມສາຍໃຕ້ໃນນະຄອນຫຼວງວຽງຈັນມາກໍ່ໄດ້. ບອກວ່າໄປ “suan sad” (ສວນສັດ) ບ້ານ ເກີນ (ລາຄາປະມານ 25,000ກີບ).

ທີ່ຢູ່ຂອງພວກເຮົາແມ່ນ:

ມູນນິທິອະນຸລັກສັດປ່າລາວ
ບ້ານ ນາໝາກ
ເທດສະບານ ບ້ານເກີນ
ເມືອງທຸລະຄົມ
ແຂວງວຽງຈັນ
ສປປ ລາວ

ຢູ່ໃນມູນນິທິອະນຸລັກສັດປ່າລາວມີສັດປ່າທັງໝົດຈັກໂຕ?

ປັດຈຸບັນນີ້ພວກເຮົາມີສັດປ່າປະມານ 400 ໂຕ ແລະ ມີປະມານ 70 ສາຍພັນທີ່ແຕກຕ່າງກັນ ແຕ່ຕົວເລກຂອງສັດປ່າແຕ່ລະສາຍພັນແມ່ນເພີ່ມຂຶ້ນຢູ່ເລື້ອຍໆ!

ຢູ່ໃນມູນນິທິອະນຸລັກສັດປ່າລາວມີສັດປ່າທີ່ໃກ້ຈະສູນພັນແລ້ວບໍ?

ໂດຍແມ່ນແລ້ວ – ມີສັດປ່າຫຼາຍຊະນິດທີ່ຢູ່ໃນສູນຂອງພວກເຮົານີ້ແມ່ນໃກ້ຈະສູນພັນ ຫຼື ຈະສູນພັນຢ່າງຍິ່ງແລ້ວ ເຊິ່ງໝາຍຄວາມວ່າພວກມັນມີຄວາມສ່ຽງໃນການຈະສູນພັນໄປໃນອະນາຄົດອັນໃກ້ໆນີ້. ສັດປ່າຈຳນວນໜຶ່ງເຫຼົ່ານີ້ແມ່ນໄດ້ຖືກກູ້ໄພມາຈາກການຄ້າສັດປ່າທີ່ຜິດກົດໝາຍ ແລະ ພວກເຮົາກໍ່ມີແຜນຈະປະສົມພັນ ແລະ ປ່ອຍຄືນສູ່ທຳມະຊາດ.

ການເປັນອາສາສະໝັກ

ຂ້ອຍສາມາດມາເປັນອາສາສະໝັກຢູ່ໃນມູນນິທິອະນຸລັກສັດປ່າລາວໄດ້ບໍ?

ໂດຍໄດ້, ທ່ານສາມາດມາໄດ້! ກົດເຂົ້າເບິ່ງໂປຼແກຼມການເປັນອາສາສະໝັກຂອງພວກເຮົາໄດ້ທີ່ນີ້ ແລະ ຖ້າມີຄຳຖາມຂໍ້ໃດທີ່ພວກເຮົາຍັງບໍ່ທັນໄດ້ຕອບ ກະລຸນາຢ່າລັງກຽດຕິດຕໍ່ຫາພວກເຮົາ.

ມີການມາເປັນອາສາສະໝັກໃນໄລຍະສັ້ນບໍ?

ໂດຍມີ, ພວກເຮົາຂໍໃຫ້ຜູ້ອາສາສະໝັກມາຢູ່ຢ່າງໜ້ອຍໜຶ່ງອາທິດ. ແຕ່ຖ້າທ່ານສົນໃຈຈະມາຢູ່ເປັນໄລຍະຍາວ ເປັນຫຍັງບໍ່ກົດເຂົ້າເບິ່ງປະກາດຮັບສະໝັກງານຂອງພວກເຮົາ?

ສັດປ່າ

ຂ້ອຍເຫັນສັດປ່າທີ່ຕ້ອງການຄວາມຊ່ວຍເຫຼືອ. ຂ້ອຍສາມາດຊ່ວຍໄດ້ຫຍັງແດ່?

ຖ້າທ່ານຢູ່ໃນ ສປປ ລາວ ແລະ ສັດທີ່ທ່ານພົບເຫັນນັ້ນເປັນສັດປ່າ, ບໍ່ແມ່ນສັດລ້ຽງ ກະລຸນາກົດເຂົ້າເພຈ໌ລາຍງານອາຊະຍາກຳສັດປ່າຂອງພວກເຮົາ ເພື່ອເບິ່ງຄຳແນະນຳກ່ຽວກັບວິທີການລາຍງານອາຊະຍາກຳສັດປ່າມາຍັງພວກເຮົາ.

ຂ້ອຍຄິດວ່າຂ້ອຍພົບເຫັນຊິ້ນສ່ວນສັດປ່າຖືກຈຳໜ່າຍ. ຂ້ອຍສາມາດເຮັດຫຍັງແດ່?

ຜະລິດຕະພັນສັດປ່າເຊັ່ນ: ງາຊ້າງ ແລະ ບີໝີໄດ້ຖືກຈຳໜ່າຍໄປຢ່າງກວ້າງຂວາງ ແລະ ມັກຈະເປີດເຜີຍໃນທົ່ວປະເທດລາວ. ບັນທຶກສະຖານທີ່ຢ່າງລະອຽດ ແລະ ຖ້າເປັນໄປໄດ້ໃຫ້ຖ່າຍຮູບພ້ອມ ຫຼັງຈາກນັ້ນເຂົ້າໄປເບິ່ງເພຈ໌ລາຍງານອາຊະຍາກຳສັດປ່າຂອງພວກເຮົາເພື່ອແຈ້ງໃຫ້ພວກເຮົາຊາບ. ພວກເຮົາຈະໄດ້ສົ່ງຂໍ້ມູນທຸກຢ່າງໄປຍັງເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນ ສປປ ລາວ.

ຂ້ອຍສາມາດປ່ອຍສັດປ່າທີ່ຂ້ອຍເກັບມາລ້ຽງຕັ້ງແຕ່ຍັງນ້ອຍກັບຄືນສູ່ທຳມະຊາດໄດ້ບໍ?

ບໍ່ໄດ້ – ການປ່ອຍສັດປ່າທີ່ຖືກກັກຂັງມາດົນ ໂດຍບໍ່ມີການບຳບັດຟື້ນຟູສ່ວນຫຼາຍແລ້ວຈະເຮັດໃຫ້ມັນຕາຍ. ທ່ານສາມາດຕິດຕໍ່ຫາສູນມູນນິທິຂອງພວກເຮົາ ແລະ ໃຫ້ພວກເຮົາພິຈາລະນາເບິ່ງວ່າສັດປ່າຂອງທ່ານນັ້ນເໝາະສົມແລ້ວບໍສຳລັບນຳມາບຳບັດຟື້ນຟູ ແລະ ປ່ອຍກັບຄືນສູ່ປ່າ. ຖ້າບໍ່ເໝາະສົມປ່ອຍກັບຄືນພວກເຮົາກໍ່ຈະຮັກສາ ແລະ ລ້ຽງດູມັນໄວ້ຕະຫຼອດຊີວິດຢູ່ໃນສູນຫຼົບໄພສັດປ່າຂອງພວກເຮົາ ເຊິ່ງເປັນບ່ອນທີ່ສັດປ່າຂອງທ່ານສາມາດມີໝູ່ຝູງ ແລະ ບ່ອນຢູ່ອາໄສທີ່ດີ.

ຖ້າຂ້ອຍສົ່ງສັດປ່າທີ່ເຄີຍເປັນສັດລ້ຽງຂອງຂ້ອຍໄປໃຫ້ທ່ານ, ຂ້ອຍສາມາດເຂົ້າໄປຢ້ຽມຢາມມັນໄດ້ບໍ?

ການທີ່ສັດປ່າເຫັນເຈົ້າຂອງເກົ່າຢູ່ເລື້ອຍໆຈະເປັນສິ່ງທີ່ບໍ່ດີ. ສ່ວນຫຼາຍພວກເຮົາມັກຈະພົບວ່າສັດປ່າທີ່ເຄີຍຖືກເກັບເປັນສັດລ້ຽງມາກ່ອນມັກຈະມີບັນຫາທາງດ້ານສະໝອງ ສາເຫດແມ່ນຍ້ອນມາຈາກການຖືກກັກຂັງມາດົນ. ພວກເຮົາໄດ້ພະຍາຍາມໝຸນໃຊ້ຊັບພະຍາກອນທີ່ມີຢູ່ໃນສູນມູນນິທິເພື່ອຊ່ວຍໃຫ້ສັດປ່າເຫຼົ່ານີ້ມີພຶດຕິກຳທີ່ເປັນທຳມະຊາດ ໂດຍສະເພາະປ່ອຍພວກມັນເຂົ້າຫາກັນຢູ່ແບບເປັນໝູ່ເປັນຝູງ. ແຕ່ເມື່ອໃດກໍ່ຕາມຫາກວ່າສັດປ່າເຫຼົ່ານີ້ເຫັນເຈົ້າຂອງເກົ່າອາດຈະເຮັດໃຫ້ພວກມັນກັບຄືນມາມີພຶດຕິກຳແບບເກົ່າອີກ. ຖ້າສັດປ່າທີ່ຖືກນຳເຂົ້າໄປໃນໂປຼແກຼມການບຳບັດຟື້ນຟູ ແລະ ປ່ອຍຄືນສູ່ປ່າ ພວກເຮົາຈະໃຫ້ຄົນເຂົ້າໄປສຳພັນໜ້ອຍທີ່ສຸດຈຶ່ງຈະສາມາດຊ່ວຍບຳບັດໃຫ້ພວກມັນໄດ້. ດ້ວຍເຫດຜົນນີ້, ພວກເຮົາຈຶ່ງບໍ່ສາມາດໃຫ້ເຈົ້າຂອງເກົ່າເຂົ້າມາສຳຜັດກັບສັດປ່າທີ່ເຄີຍລ້ຽງມາ ແຕ່ເຈົ້າຂອງເກົ່າກໍ່ສາມາດມາຢ້ຽມຢາມສູນຂອງພວກເຮົາໄດ້ເພື່ອເບິ່ງຊົມສັດປ່າໂຕອື່ນໆ.

ຕິດຕໍ່ພວກເຮົາ