ພວກເຮົາຕື່ນເຕັ້ນທີ່ທ່ານຈະເຂົ້າມາຮ່ວມກັບພາລະກິດຂອງພວກເຮົາ! ມີຫຼາຍວິທີທີ່ທ່ານສາມາດຊ່ວຍວຽກງານຂອງພວກເຮົາໄດ້ເຊັ່ນ: ບໍລິຈາກທຶນຮອນ, ອຸປະກອນ, ມາເປັນອາສາສະໝັກກັບພວກເຮົາ ຫຼື ບອກຕໍ່ໃຫ້ກັບໝູ່ເພື່ອນຂອງທ່ານ!

ບໍ່ມີວຽກງານໃດຂອງພວກເຮົາຈະເດີນໜ້າໄປໄດ້ຖ້າຂາດການຊ່ວຍເຫຼືອຈາກບັນດາຜູ້ອາສາສະໝັກ! ຖ້າຫາກທ່ານມີທັດສະນະຄະຕິໃນແງ່ດີ ແລະ ມີຄວາມປາດຖະໜາໃນການປົກປ້ອງສັດປ່າ, ເປັນຫຍັງບໍ່ເຂົ້າມາຮ່ວມກັບພວກເຮົາເພື່ອສຳຜັດກັບປະສົບການຕົວຈິງທີ່ມູນນິທິອະນຸລັກສັດປ່າລາວ?

ໂປຼແກຼມອາສາສະໝັກຄູ່ມືການເປັນອາສາສະໝັກ

ບອກໃຫ້ໝູ່ເພື່ອນຂອງທ່ານ

ພວກເຮົາບໍ່ພຽງແຕ່ເປັນສູນກູ້ໄພເທົ່ານັ້ນ ແຕ່ຍັງເປັນສູນທີ່ໃຫ້ຄວາມຮູ້ແກ່ບັນດານັກສຶກສາ ແລະ ແຂກຜູ້ທີ່ມາເບິ່ງຊົມກ່ຽວກັບຄວາມສຳຄັນໃນການອະນຸລັກສັດປ່າ. ເຊີນຕິດຕາມພວກເຮົາໄດ້ໃນໂຊເຊຍມີເດຍ, ແຊຣ໌ໃຫ້ກັບໝູ່ເພື່ອນຂອງທ່ານ ແລະ ເບິ່ງວ່າພວກເຮົາມີຫຍັງແດ່ໃນແຕ່ລະມື້!

ພວກເຮົາຍັງມີຈົດໝາຍແຈ້ງຂ່າວທີ່ທ່ານສາມາດລົງທະບຽນເຂົ້າເພື່ອຮັບແຈ້ງຂ່າວໃໝ່ທາງອີເມວທຸກໆສອງສາມເດືອນກ່ຽວກັບວຽກງານຂອງພວກເຮົາ.

ແຊຣ໌ຈົດໝາຍແຈ້ງຂ່າວ

ມາເຮັດວຽກກັບພວກເຮົາ

ທ່ານກຳລັງຊອກຫາວຽກໃນອາຊີບຂອງທ່ານແມ່ນບໍ? ບໍ່ມີວັນໃດເໝືອນກັບຢູ່ທີ່ສູນຂອງພວກເຮົາໃນປະເທດລາວ ບ່ອນທີ່ທ່ານຈະໄດ້ເຮັດວຽກໃນແນວໜ້າ ເພື່ອສະກັດກັ້ນອາຊະຍາກຳສັດປ່າ ແລະ ປົກປ້ອງສັດປ່າທີ່ກຳລັງຖືກໄພຂົ່ມຂູ່ໂດຍທົ່ວປະເທດລາວ. ກວດເຊັກຕຳແໜ່ງຫວ່າງ ແລະ ຕິດຕາມພວກເຮົາໃນ LinkedIn ເພື່ອຮັບແຈ້ງເຕືອນເມື່ອມີຕຳແໜ່ງໃໝ່ເປີດຮັບສະໝັກ!