ພາລະກິດຂອງພວກເຮົາແມ່ນສະກັດກັ້ນອາຊະຍາກຳສັດປ່າໃນປະເທດລາວ ໂດຍມີຈຸດປະສົງນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງເປັນຫຼັກ. ຄວາມເຊື່ອຖືພື້ນຖານຂອງພວກເຮົາແມ່ນການທ່ອງທ່ຽວແບບອະນຸລັກທີ່ຍືນຍົງ ແລະ ມີຄວາມຮັບຜິດຊອບຕໍ່ປະເທດຊາດ.

ພວກເຮົາຈັດໃຫ້ຜູ້ອາສາສະໝັກເຂົ້າຫາສັດປ່າທີ່ພວກເຂົາເຮັດວຽກຢູ່ນຳນັ້ນຢ່າງມີຈັນຍາບັນ ໂດຍບໍ່ໃຫ້ມີການສຳພັນກັບສັດປ່າດັ່ງກ່າວ ເພື່ອຮັບປະກັນໃຫ້ພວກມັນຢູ່ໄດ້ແບບພຶດຕິກຳທຳມະຊາດ. ໜ້າທີ່ຂອງຜູ້ອາສາສະໝັກແມ່ນຊ່ວຍຕົບແຕ່ງອາລີຊີເມນເພື່ອກະຕຸ້ນໃສ່ສະໝອງຂອງສັດປ່າໃຫ້ມີພຶດຕິກຳທີ່ເປັນທຳມະຊາດ ເນື່ອງຈາກວ່າສັດປ່າທີ່ມາຫຼົບໄພຢູ່ສູນຂອງພວກເຮົານີ້ສ່ວນຫຼາຍຈະໄດ້ກັບຄືນສູ່ປ່າຢ່າງປອດໄພຫຼັງຈາກຜ່ານທຸກຂັ້ນຕອນການບຳບັດຟື້ນຟູຂອງພວກເຮົາ, ບໍ່ແມ່ນຈະເກັບພວກມັນໄວ້ໃນສູນນີ້ເພື່ອຫາລາຍໄດ້. ພະນັກງານຂອງພວກເຮົາແມ່ນຜູ້ຊ່ຽວຊານລະດັບສາກົນທີ່ມີຈັນຍາບັນດ້ານການສຳພັນລະຫວ່າງສັດ-ຄົນ.

ໜ້າເສຍດາຍທີ່ຍັງມີແຫຼ່ງທຶນຂ້ອນຂ້າງຈຳກັດໃນການເບິ່ງແຍງຮັກສາສັດປ່າທີ່ໃກ້ຈະສູນພັນໃນອາຊີຕາເວັນອອກສ່ຽງໃຕ້ ແຕ່ຄວາມຈິງແລ້ວມັກຈະມີລາຍໄດ້ສູງຈາກການທ່ອງທ່ຽວ ເຊິ່ງອາດສົ່ງຜົນເສຍຫາຍຕໍ່ຄວາມເປັນຢູ່ຂອງສັດປ່າ. ຍົກຕົວຢ່າງ, ສະແດງໃຫ້ຜູ້ອາສາສະໝັກຂອງພວກເຮົາເຫັນເຖິງຜົນປະໂຫຍດທີ່ພວກເຂົາມີຕໍ່ຊີວິດຂອງສັດປ່າ ໂດຍຜ່ານການເຮັດກິດຈະກຳຕ່າງໆເພື່ອຕອບສະໜອງຕາມຄວາມຕ້ອງການຂອງສັດປ່າ, ບໍ່ແມ່ນຄວາມຕ້ອງການຂອງຜູ້ອາສາສະໝັກ.

ການລົງທຶນໃນລາວ, ບ້ານຂອງພວກເຮົາ

LCTW staff and volunteers pick up litter in the village

ພະນັກງານມູນນິທິອະນຸລັກສັດປ່າລາວ ແລະ ຜູ້ອາສາສະໝັກເລາະເກັບຂີ້ເຫຍື້ອຢູ່ໃນບ້ານ

ຮູບແບບການລະດົມທຶນຂອງພວກເຮົາແມ່ນມີຄວາມຍືນຍົງ ແລະ ຊອກຫາການສ້າງລາຍໄດ້ຈາກການທ່ອງທ່ຽວສາກົນ ເພື່ອຊ່ວຍເຫຼືອການສຶກສາດ້ານສິ່ງແວດລ້ອມໃຫ້ແກ່ປະຊາຊົນລາວໂດຍສະເພາະອະນຸລັກສັດປ່າທີ່ຢູ່ອ້ອມຂ້າງ ແລະ ຜ່ານການພິສູດສະແດງໃຫ້ເຫັນຢ່າງຈະແຈ້ງວ່າການທ່ອງທ່ຽວແບບອະນຸລັກທີ່ມີຈັນຍາບັນສາມາດສ້າງລາຍໄດ້.

ພວກເຮົາມີຄວາມຮູ້ສຶກຢ່າງຍິ່ງວ່າພວກເຮົາຕ້ອງຈັດກຽມການທ່ອງທ່ຽວແບບຍືນຍົງໃຫ້ແຂກຜູ້ມາເບິ່ງຊົມຂອງພວກເຮົາ. ເຖິງແມ່ນວ່າການທ່ອງທ່ຽວດັ່ງກ່າວຕ້ອງການຊັບພະຍາກອນທຳມະຊາດຢ່າງຫຼວງຫຼາຍເຂົ້າໃນອາຫານ, ການຂົນສົ່ງ ແລະ ທີ່ພັກອາໄສ ພວກເຮົາກໍ່ຍອມເສຍສະຫຼະໃນພາລະກິດອັນຍາວນານ ເພື່ອປົກປັກຮັກສາສິ່ງແວດລ້ອມຂອງພວກເຮົາ. ດັ່ງນັ້ນ, ການປັບຕົວ ແລະ ການປະຕິບັດແບບຍືນຍົງຢູ່ໃນສູນຈຶ່ງເປັນການຄ້ຳຢັນທຸກສິ່ງທີ່ພວກເຮົາດໍາເນີນ.

ໃນຖານະທີ່ເປັນສູນມູນນິທິທີ່ບໍ່ຫວັງຜົນກຳໄລພວກເຮົາມີຄວາມພາກພູມໃຈກັບຈຳນວນພະນັກງານລາວທີ່ພວກເຮົາໄດ້ຈ້າງເຮັດວຽກຢູ່ໃນນີ້ ໂດຍມີອັດຕາສ່ວນສະເລ່ຍ10/1 (ພະນັກງານລາວ 10 ຄົນຕໍ່ພະນັກງານຕ່າງປະເທດ 1 ຄົນ) ແລະ ພະນັກງານລາວສ່ວນໃຫຍ່ແລ້ວແມ່ນເປັນຜູ້ຍິງ. ພວກເຮົາກໍ່ພູມໃຈທີ່ໄດ້ເປັນນາຍຈ້າງງານຄົນໜຶ່ງທີ່ດີ ແລະ ລົງທຶນໃສ່ໃນບ້ານຂອງພວກເຮົາໂດຍຜ່ານພາສີອາກອນທີ່ກ່ຽວຂ້ອງທຸກຢ່າງ.

ຊອກຮູ້ເພີ່ມເຕີມກ່ຽວກັບວິທີການຂອງພວກເຮົາຕໍ່ການທ່ອງທ່ຽວແບບອະນຸລັກທີ່ຍືນຍົງ

ຄວາມຍືນຍົງໂດຍຜ່ານການນຳໃຊ້ທີ່ດິນແບບມີຄວາມຮັບຜິດຊອບ

  • ພື້ນທີ່ຂອງພວກເຮົາກວ່າ 70 ເອເຄີດຖືກກຳນົດໃຫ້ເປັນເຂດອະນຸລັກສັດປ່າໃຫ້ຊ້າງໄດ້ຍ່າງໄປໆມາໆຢ່າງເປັນອິດສະຫຼະ.
  • ພວກເຮົາບໍ່ໃຫ້ຕັດຫຍ້າໃນຄອກສັດ ເພາະຢາກໃຫ້ມີຫຍ້າຫຼາກຫຼາຍຊະນິດເກີດຂຶ້ນມາໃໝ່ ເພື່ອສ້າງເປັນພາບຫຍ້າສູງທີ່ເປັນທຳມະຊາດໃຫ້ກັບສັດປ່າ.
  • ການຮັກສາພື້ນທີ່ສັດປ່າຂອງພວກເຮົາໃຫ້ເປັນສີຂຽວຫຼາຍທີ່ສຸດຊ່ວຍປ້ອງກັນການເກີດໄພແຫ້ງແລ້ງ, ການເຊາະເຈື່ອມຂອງດິນ ແລະ ບັນຫານ້ຳປາໄຫຼຫລາອື່ນໆ.

ຄວາມຍືນຍົງໂດຍຜ່ານການນຳໃຊ້ວັດຖຸເຄື່ອງຂອງແບບມີຄວາມຮັບຜິດຊອບ

  • ພວກເຮົາຊອກຫາວິທີການໃໝ່ຢູ່ເລື້ອຍໆເພື່ອຫຼຸດຜ່ອນສິ່ງເສດເຫຼືອ ແລະ ຊອກຫາປັດໄຈທີ່ຍືນຍົງຈຳເປັນໃຫ້ກັບສວນສັດເຊັ່ນ: ພັດທະນາແຜນການເພື່ອຈັດຕັ້ງປະຕິບັດເຮັດສວນປູກຝັງ, ປຸກສ້າງເຮືອນປະສົມພັນແມງໄມ້ແບບຍືນຍົງ ໂດຍນຳໃຊ້ວັດຖຸເຄື່ອງຂອງຂອງໂຄງການອີໂກບຼີກມາກໍ່ສ້າງສິ່ງດັ່ງກ່າວ.
  • ຢູ່ໃນສູນນີ້ພວກເຮົາມີໂປຼແກຼມນຳສິ່ງຂອງເກົ່າມາໃຊ້ຄືນ ເພາະທຸກສິ່ງທຸກຢ່າງນັບຕັ້ງແຕ່ກັບໃສ່ເຄື່ອງຂອງໄປຈົນເຖິງຂວດນ້ຳຕ່າງໆສາມາດນຳມາໃຊ້ຄືນໃນກິດຈະກຳຕົບແຕ່ງເປັນອາຊີເມນໃຫ້ກັບສັດປ່າທີ່ຢູ່ໃນສູນຂອງພວກເຮົາ. ປັດຈຸບັນພວກເຮົາກຳລັງຂະຫຍາຍໂປຼແກຼມນຳສິ່ງຂອງເກົ່າມາໃຊ້ຄືນນີ້ໄປຍັງຊຸມຊົນທ້ອງຖິ່ນຂອງພວກເຮົາ ເພື່ອຮັກສາສະຖານທີ່ຕ່າງໆໃນທ້ອງຖິ່ນບໍ່ໃຫ້ມີສິ່ງເສດເຫຼືອ.

ຜົນປະໂຫຍດທາງສັງຄົມໂດຍຜ່ານຊີວິດການເປັນຢູ

  • ພວກເຮົາມີມາດຕະຖານການເຮັດວຽກລະດັບສູງຢູ່ໃນສູນມູນນິທິອະນຸລັກສັດປ່າລາວ ແລະ ມີຄວາມພູມໃຈໃນໂປຼແກຼມການຝຶກອົບຮົມ ແລະ ແບ່ງປັນທັກສະໃຫ້ກັບພະນັກງານລາວ. ນອກນີ້, ພວກເຮົາຍັງຈັດຫາການຝຶກອົບຮົມດ້ານການລ້ຽງດູສັດປ່າໃຫ້ໄດ້ຕາມມາດຕະຖານຂອງອົງການ EAZA ແລະ AZA ເພື່ອນຳໄປສູ່ການຖ່າຍທອດຄວາມຮູ້ລະດັບສາກົນ ແລະ ພັດທະນາທັກສະການເຮັດວຽກໃນໄລຍະຍາວ. ການຖ່າຍທອດຄວາມຮູ້ນີ້ຍັງນຳເອົາການລ້ຽງດູສັດປ່າທີ່ໄດ້ຄຸນນະພາບສູງໃນໄລຍະຍາວມາສູ່ຕະຫຼາດແຮງງານຢ່າງກວ້າງຂວາງໂດຍທົ່ວປະເທດລາວ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
  • ອັດຕາສ່ວນພະນັກງານລາວຕໍ່ພະນັກງານຕ່າງປະເທດສະເລ່ຍແມ່ນ 10/1 ພະນັກງານລາວສ່ວນຫຼາຍແມ່ນເປັນຜູ້ຍິງ. ພວກເຮົາມີຄວາມພູມໃຈທີ່ໄດ້ນຳເອົາໂອກາດການເຮັດວຽກທີ່ມີຄຸນນະພາບມາໃຫ້ປະຊາຊົນລາວບັນດາເຜົ່າ ແລະ ທຳລາຍອຸປະສັກກີດກັ້ນຕ່າງໆໃນບ່ອນເຮັດວຽກ.
  • ສູນຂອງພວກເຮົາຍັງປະກອບມີຮ້ານຂາຍເຄື່ອງຫຼາຍແຫ່ງ ພ້ອມທັງຮ້ານອາຫານອີກເພື່ອຫາລາຍໄດ້ຈາກຊຸມຊົນທ້ອງຖິ່ນຂອງພວກເຮົາ!

ຜົນປະໂຫຍດທາງສັງຄົມໂດຍຜ່ານການປົກປ້ອງມໍລະດົກລາວ

  • ວຽກງານຂອງພວກເຮົາມີຈຸດປະສົງເພື່ອປົກປັກຮັກສາມູນມໍລະດົກທາງທຳມະຊາດຂອງລາວ ລວມທັງສັດປ່າທີ່ກຳລັງຖືກໄພຂົ່ມຂູ່ ແລະ ພູຜາປ່າໄມ້ໃຫ້ຄົນຮຸ່ນຫຼັງໄດ້ສຶກສາຮ່ຳຮຽນ. ສິ່ງດັ່ງກ່າວນີ້ກ່ຽວຂ້ອງກັບວຽກງານການກູ້ໄພ ແລະ ບຳບັດຟື້ນຟູສັດປ່າ ລວມທັງວຽກງານການອະນຸລັກ ແລະ ພັດທະນານະໂຍບາຍຄຸ້ມຄອງເພື່ອຮັບປະກັນໃຫ້ມີຄວາມຍືນຍົງໄປຕະຫຼອດການ.
  • ໃຫ້ຄວາມເອົາໃຈໃສ່ເປັນພິເສດຕໍ່ກັບຮີດຄອງປະເພນີທ້ອງຖິ່ນປະພຶດຕົນໃຫ້ສອດຄ່ອງກັບແນວທາງສາສະໜາໃນທ້ອງຖິ່ນ. ບາງສ່ວນຂອງພື້ນທີ່ໃນສູນນີ້ໄດ້ຮັບການຈັດຕັ້ງໂດຍສ່ວນຕົວຕາມຮີດຄອງປະເພນີເພື່ອເປັນບ່ອນເຄົາລົບບູຊາ.

ເປົ້າໝາຍການພັດທະນາແບບຍືນຍົງ

ວຽກງານຫຼັກຂອງພວກເຮົາແມ່ນພົວພັນຢ່າງໃກ້ຊິດກັບເປົ້າໝາຍການພັດທະນາແບບຍືນຍົງ ເຊິ່ງເປັນເປົ້າໝາຍທີ່ສຳຄັນທີ່ອົງການສະຫະປະຊາຊາດໄດ້ກຳນົດໄວ້ ເພື່ອຮ່ວມມືກັນເຮັດໃຫ້ໂລກຂອງພວກເຮົາຫຼຸດພົ້ນອອກຈາກຄວາມທຸກຍາກພາຍໃນປີ 2030. ຢູ່ໃນມູນນິທິອະນຸລັກສັດປ່າລາວ ພວກເຮົາສຸມໃສ່ວຽກງານຂອງພວກເຮົາໃຫ້ໄປສູ່ເປົ້າໝາຍ 12 ເຊິ່ງແມ່ນເນັ້ນໃສ່ການບໍລິໂພກຢ່າງມີຄວາມຮັບຜິດຊອບ ແລະ ເປົ້າໝາຍ 15 ແມ່ນການປົກປັກຮັກສາຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ຊີວິດບົນບົກ. ຢ່າງໃດກໍ່ຕາມໃນຖານະພວກເຮົາເປັນຜູ້ທີ່ມີຄວາມມຸ້ງໝັ້ນໃນການພັດທະນາໂລກຂອງພວກເຮົາໃຫ້ມີຄວາມຍືນຍົງ ທຸກວຽກງານຂອງພວກເຮົາກໍ່ໄປໃກ້ກັບທຸກເປົ້າໝາຍແລ້ວນັບຕັ້ງແຕ່ການໃຫ້ມີຄວາມສະເໝີພາບທາງເພດໄປຈົນເຖິງການປ່ຽນແປງດິນຟ້າອາກາດ, ການປະເມີນສິດເທົ່າທຽມທາງເພດ ແລະ ອື່ນໆ. ຮຽນຮູ້ເພີ່ມເຕີມກ່ຽວກັບເປົ້າໝາຍ​ການພັດທະນາແບບຍືນຍົງໄດ້ທີ່ນີ້.

UN Sustainable Development Goals logoUN Sustainable Development Goal 12: Responsible Consumption and ProductionUN Sustainable Development Goal 15: Life on Land