ສູນຫຼົບໄພສັດປ່າຫຼາຍໆແຫ່ງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ຍັງໃຫ້ປະສົບການແກ່ຜູ້ອາສາສະໝັກ ເຊິ່ງສາມາດຖື ຫຼື ກອດສັດປ່າໄດ້.

ການຂີ່ຊ້າງ, ອາບນ້ຳໃຫ້ຊ້າງ ຫຼື ກອດອຸ້ມລີງ: ປະສົບການເຫຼົ່ານີ້ເບິ່ງຄືມີລັກສະນະໃນແງ່ດີ ແລະ ຄືຈະມີຜົນປະໂຫຍດເຊິ່ງກັນ ແລະ ກັນ ແຕ່ຄວາມຈິງແລ້ວມັນບໍ່ແມ່ນສິ່ງທີ່ຈະເປັນໄປຕາມແນວນັ້ນ.

ກາຍເປັນສິ່ງທີ່ສຳຄັນທີ່ນັກທ່ອງທ່ຽວຕ້ອງການຢາກໄດ້ປະສົບການ.

ເຖິງແມ່ນວ່າການອາບນ້ຳເປັນພຶດຕິກຳທາງທໍາມະຊາດຢ່າງໜຶ່ງຂອງຊ້າງ ແຕ່ຊ້າງພວກມັນບໍ່ຄຸ້ນເຄີຍທີ່ຈະອາບນ້ຳແນວນັ້ນກັບເພື່ອນມະນຸດຄົນທີ່ພວກມັນຍັງບໍ່ທັນຮູ້ຈັກ. ຖ້າວ່າມີນັກທ່ອງທ່ຽວມາອາບນ້ຳໃຫ້ກັບຊ້າງ ຜູ້ເບິ່ງແຍງ ຫຼື ຄົນລ້ຽງດູຊ້າງຕ້ອງໄດ້ຄວບຄຸມຊ້າງໃຫ້ຢູ່ນິ່ງໆເພື່ອຄວາມປອດໄພຂອງແຂກ ສະນັ້ນ, ມັນຈຶ່ງກາຍເປັນສິ່ງໜຶ່ງທີ່ສຳຄັນທີ່ນັກທ່ອງທ່ຽວຕ້ອງການຢາກໄດ້ປະສົບການ.

ຊ້າງມັກຈະລະມັດລະວັງຄົນທີ່ພວກມັນບໍ່ຮູ້ຈັກ ແລະ ລະວັງບໍ່ໃຫ້ຄົນເຂົ້າໄປມ້ວນ ຫຼື ທຳຮ້າຍຕົວພວກມັນ. ສິ່ງນີ້ໝາຍຄວາມວ່າຊ້າງມັນຈຳເປັນຕ້ອງມີສະຕິລະວັງຕົວຕໍ່ທຸກການປະພຶດຂອງມັນ ເຮັດໃຫ້ມັນເກີດມີຄວາມຕຶງຄຽດຫຼາຍກວ່າທີ່ຈະຜ່ອນຄາຍຕົວມັນເອງ.

ມີຄຳຖາມສຳຄັນຫຼາຍຂໍ້ທີ່ທ່ານຄວນຖາມກ່ອນຈະເລືອກບ່ອນມາໃຊ້ເວລາອັນມີຄ່າ ແລະ ເງິນທີ່ຫາຍາກຂອງທ່ານ.

  • ສັດປ່າທີ່ໄປກູ້ໄພມາກ່ອນໜ້ານີ້ແມ່ນຖືກເກັບຮັກສາໄວ້ເພື່ອຫາລາຍໄດ້ແມ່ນບໍ?
  • ມີມາດຕະການໃນການປະສົມພັນສັດ, ການບັດບຳຟື້ນຟູ ແລະ ປ່ອຍກັບຄືນສູ່ປ່າບໍ?
  • ການສຳພັນລະຫວ່າງທ່ານ ແລະ ສັດປ່າເຮັດໃຫ້ເກີດພຶດຕິກຳທີ່ບໍ່ເປັນທຳມະຊາດໃຫ້ກັບສັດປ່າບໍ?
  • ສັດປ່າທີ່ຖືກນຳມາໂຊໃຫ້ແຂກເບິ່ງຊົມມີທັງໝົດຈັກໂຕ?
  • ເງິນຂອງທ່ານຖືກນຳໄປໃຊ້ຈ່າຍຢູ່ບ່ອນໃດແດ່?

ສູນຫຼົບໄພສັດປ່າທີ່ດົງດັງສາມາດຕອບຄຳຖາມເຫຼົ່ານີ້ໄດ້ດີເລີດ! ແຕ່ຖ້າວ່າບ່ອນໃດທີ່ທ່ານໄປຢ້ຽມຊົມບໍ່ສາມາດໃຫ້ຄຳຕອບທີ່ໜ້າເພິ່ງພໍໃຈ ທ່ານຕ້ອງໄດ້ສະຫຼາດເພື່ອພິຈາລະນາການຢ້ຽມຊົມຂອງທ່ານຢ່າງມີຈັນຍາບັນ.

ມູນນິທິອະນຸລັກສັດປ່າລາວຕ່າງກັນແນວໃດ?

ຢູ່ທີ່ສູນມູນນິທິອະນຸລັກສັດປ່າລາວ ພວກເຮົາໃຫ້ປະສົບການທີ່ມີຈັນຍາບັນແບບຍືນຍົງ ພ້ອມດ້ວຍນະໂຍບາຍການເຮັດວຽກທີ່ບໍ່ສຳຜັດກັບສັດປ່າຢ່າງເຂັ້ມງວດ. ຍ້ອນຫຍັງ? ເພາະພວກເຮົາມີເປົ້າໝາຍປ່ອຍສັດປ່າທີ່ພວກເຮົາກູ້ໄພມາກັບຄືນສູ່ປ່າໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້ ສະນັ້ນ, ເພື່ອໃຫ້ສັດປ່າດັ່ງກ່າວມີຊີວິດຢູ່ລອດພວກມັນຕ້ອງໄດ້ຢູ່ແບບເປັນທຳມະຊາດ.

ສິ່ງນີ້ໝາຍຄວາມວ່າເຮັດໃຫ້ສັດປ່າຢ້ານຄົນເຮົາ ຈຶ່ງບໍ່ມີໃຜເຂົ້າໄປຈັບກອດ ແລະ ເກືອອາຫານໃຫ້ພວກມັນ. ເພາະວ່າຖ້າມີຄົນເຂົ້າໄປໃກ້ຊິດກັບສັດປ່າເຫຼົ່ານີ້ເມື່ອພວກເຮົາປ່ອຍພວກມັນກັບຄືນສູ່ປ່າພວກມັນຈະກັບຄືນມາຫາຄົນ ແລະ ສຸດທ້າຍກໍ່ຖືກຕົກເປັນເຫຍື້ອການຄ້າສັດປ່າທີ່ຜິດກົດໝາຍອີກ.

ເພື່ອໃຫ້ສັດປ່າມີຊີວິດຢູ່ລອດ, ມັນຕ້ອງໄດ້ຢູ່ແບບເປັນທຳມະຊາດ.

ກ່ຽວກັບສັດປ່າໂຕທີ່ໄດ້ອາໄສຢູ່ໃນສູນແດ່! ສຳລັບສັດປ່າໂຕທີ່ມີບັນຫາສຸຂະພາບຖາວອນພວກເຮົາຈະບໍ່ສາມາດປ່ອຍກັບຄືນສູ່ປ່າ. ແຕ່ສັດປ່າເຫຼົ່ານີ້ກໍ່ມີບົດບາດສຳຄັນຫຼາຍເພື່ອສອນພຶດຕິກຳທີ່ເປັນທຳມະຊາດໃຫ້ກັບສັດປ່າໂຕໜຸ່ມນ້ອຍທີ່ພວກເຮົາກູ້ໄພມາໃໝ່ເພື່ອຈະໄດ້ນຳໄປປ່ອຍຄືນສູ່ປ່າ ແລະ ຍັງຊ່ວຍເຮັດໃຫ້ສັດທຸກໂຕທີ່ຢູ່ໃນສູນນີ້ມີຊີວິດແບບທຳມະຊາດ ເຊິ່ງມັນແມ່ນສິ່ງທີ່ສຳຄັນທີ່ສຸດສຳລັບທີມງານພວກເຮົາ. ສະນັ້ນ, ການຮັກສາພຶດຕິກຳທີ່ເປັນທຳມະຊາດນັ້ນຈຶ່ງສຳຄັນຫຼາຍບໍ່ພຽງແຕ່ປ້ອງກັນສັດປ່າເທົ່ານັ້ນ ແຕ່ຍັງຊ່ວຍເຮັດໃຫ້ພວກມັນມີສຸຂະພາບທີ່ດີອີກ. ສັດປ່າບໍ່ຈຳເປັນຕ້ອງປະພຶດຕາມອັນໃດນອກຈາກປະພຶດພຶດຕິກຳທີ່ເປັນທຳມະຊາດແລ້ວ.

ນອກຈາກນີ້, ພວກເຮົາຍັງປະຕິບັດນະໂຍບາຍທາງດ້ານໂຊເຊຍມີເດຍຢ່າງເຂັ້ມງວດ ເຊິ່ງບໍ່ອະນຸຍາດໃຫ້ຜູ້ອາສາສະໝັກຄົນໃດແຊຣຮູບພາບຂອງສັດນ້ອຍກຳພ້າທີ່ຍັງຄົງຢູ່ພາຍໃຕ້ການເບິ່ງແຍງຮັກສາຂອງທີມງານຂອງພວກເຮົາ ຫຼື ຮູບພາບທີ່ພະນັກງານ ແລະ ຜູ້ອາສາສະໝັກສັດຕະວະແພດກຳລັງສຳຜັດກັບສັດປ່າ. ຍ້ອນຫຍັງ?

​ເມື່ອ​ຄົນ​ທົ່ວ​ໄປ​ເຫັນ​ພວກ​ເຮົາສຳ​ຜັດ​ແນວນັ້ນ​ເພິ່ນ​ຈະ​ຄິດ​ວ່າ “ກຳ​ລັງ​ຫຼິ້ນ” ​ກັບ​ສັດ​ປ່າ ແລະ ການຫຼິ້ນ​ ຫຼື ສຳ​ຜັດ​ກັບ​ສັດ​ປ່ານັ້​ນ​ມັນ​ເປັນ​ສິ່ງ​ທີ່​ໂອ​ເຄ. ການ​ຄ້າ​ສັດ​ປ່າ​ທີ່​ຜິດ​ກົດ​ໝາຍ​ເກີດ​ມາ​ຈາກ​ຄວາມ​ຕ້ອງ​ການ​ ແລະ ບຸກ​ຄົນ​ທີ່​ຢາກ​ໄດ້​ສັດ​ປ່າ​ມາ​ເປັນ​ສັດ​ລ້ຽງ ຫຼື ນຳ​ເອົາ​ສັດ​ປ່າ​ມາ​ໃຫ້​ນັກ​ທ່ອງ​ທ່ຽວ​ເບິ່ງ​ຊົມ​ສຳ​ຜັດສ້າງ​ເປັນ​ສິ່ງ​ຫາ​ລາຍ​ໄດ້​ໃຫ້​ກັບ​ຕົນ​ເອງ. ສະ​ນັ້ນ, ເຮັດ​ແບບນັ້ນ​ພຽງ​ແຕ່ໃຫ້​ບໍ​ລິ​ການ​ສິ່ງ​ທີ່​ບໍ່​ດີ.

ອ່ານ​ເພີ່ມ​ເຕີມ

ພວກ​ເຮົາ​ຢາກ​ໃຫ້​ທ່ານ​ອ່ານ​ເພີ່ມ​ເຕີມ​ກ່ຽວກັບ​ຈັນ​ຍາ​ບັນ​ດ້ານ​ໂປຼ​ແກຼມ​ການ​ເປັນ​ອາ​ສາ​ສະ​ໝັກ​ລ້ຽງ​ດູ​ສັດ​ປ່າ​ທີ່​ທ່ານ​ກຳ​ລັງ​ຊອກ​ຫາ. ຂໍ້​ມູນ​​ນີ້ໄດ້​ຈາກ GoAbroad ເປັນ​ຈຸດ​ເລີ່ມ​ຕົ້ນ​ທີ່​ດີ ໂດຍ​ມີ​ລາຍ​ການ​ຄຳ​ຖາມ​ຫຼາຍ​ຂໍ້​ທີ່​ບາງອົງ​ການມີ​ຊື່​ສຽງ​ຄວນ​ຈະ​ສາ​ມາດ​ຕອບ​ໄດ້. ຖ້າ​ທ່ານ​ມີ​ຄຳ​ຖາມ​ໃດ​ທີ່​ກ່ຽວຂ້ອງ​ກັບ​ຫົວ​ຂໍ້​​ເຫຼົ່າ​ນີ້ ຫຼື ກ່ຽວ​ຂ້ອງ​ກັບໂປຼ​ແກຼມ​ການ​ເປັນ​ອາ​ສາ​ສະ​ໝັກ​ຂອງ​ພວກ​ເຮົາ ກະ​ລຸ​ນາ​ຢ່າ​ລັງ​ກຽດ​ຕິດ​ຕໍ່​ຫາ​ພວກ​ເຮົາ!