ບໍລິຈາກ

ພວກເຮົາເປັນອົງການກຸສົນຂະໜາດນ້ອຍທີ່ມີຄ່າໃຊ້ຈ່າຍໜ້ອຍທີ່ສຸດ ສະນັ້ນ, ທຸກການບໍລິຈາກຂອງທ່ານແມ່ນເພື່ອໄປຊ່ວຍສັດປ່າໂຕທີ່ຕ້ອງການທີ່ສຸດ. ເມື່ອທ່ານບໍລິຈາກມາໃຫ້ມູນນິທິອະນຸລັກສັດປ່າລາວ ທ່ານກຳລັງປ່ຽນແປງອະນາຄົດຂອງສັດທີ່ໃກ້ຈະສູນພັນໃນປະເທດລາວ.

ກະລຸນາພິຈາລະນາບໍລິຈາກມາຊ່ວຍພວກເຮົາໃນແຕ່ລະເດືອນ ເພື່ອໃຫ້ພວກເຮົາສາມາດວາງແຜນດຳເນີນງານໄດ້ໃນອະນາຄົດ – ທີ່ສຳຄັນເພື່ອສືບຕໍ່ເດີນໜ້າໃນການຕ້ານກັບອາຊະຍາກຳສັດປ່າ.

ບໍລິຈາກໄປຊ່ວຍວຽກງານອັນໃດ?

ຄວາມຕ້ອງການໃນພາກສະໜາມສາມາດປ່ຽນແປງໄດ້ຕະຫຼອດເວລາຢູ່ໃນປະເທດລາວ. ພວກເຮົາພະຍາຍາມປັບປ່ຽນທຸກການບໍລິຈາກໃຫ້ເຂົ້າກັບຄວາມຕ້ອງການເທົ່າທີ່ເປັນໄປໄດ້. ສະນັ້ນ, ຫາກທ່ານບໍ່ໄດ້ລະບຸວຽກທີ່ຕ້ອງການຊ່ວຍເຫຼືອ ພວກເຮົາຈະນຳເອົາເງິນບໍລິຈາກຂອງທ່ານໄປໃຊ້ໃນບ່ອນທີ່ມີຄວາມຈຳເປັນທີ່ສຸດ. ສິ່ງນີ້ກໍ່ເພື່ອຮັບປະກັນວ່າສາມາດສ້າງຜົນປະໂຫຍດອັນຍິ່ງໃຫຍ່ໃຫ້ແກ່ສັດປ່າທຸກໆໂຕເທົ່າທີ່ເປັນໄປໄດ້!