ເມື່ອສັດປ່າທີ່ພວກເຮົາກູ້ໄພມາໄດ້ຜ່ານທຸກຂັ້ນຕອນການບຳບັດຟື້ນຟູຢ່າງລະອຽດແລ້ວ ພວກມັນກໍ່ຈະຖືກປ່ອຍກັບຄືນສູ່ປ່າ!

ການປ່ອຍສັດປ່າໃນປະເທດລາວອາດເປັນສິ່ງທີ່ຍາກ ຍ້ອນວ່າມີສັດຫຼາຍໆສາຍພັນໄດ້ສູນພັນໄປແລ້ວໃນທຳມະຊາດ ຫຼື ຍັງເຫຼືອພຽງແຕ່ຈຳນວນໜ້ອຍເທົ່ານັ້ນ. ການເລືອກສະຖານທີ່ປ່ອຍທີ່ບໍ່ເໝາະສົມອາດສົ່ງຜົນກະທົກເຮັດໃຫ້ສັດປ່າຖືກຈັບອີກ ແລະ ນໍາກັບຄືນມາຈຳໜ່າຍເປັນການຄ້າສັດປ່າທີ່ຜິດກົດໝາຍ. ພວກເຮົາເຮັດວຽກຢ່າງໃກ້ຊິດກັບທາງໜ່ວຍງານລັດຖະບານຂັ້ນທ້ອງຖິ່ນ ແລະ ສູນກາງ ລວມທັງບັນດາອົງການ NGO ເພື່ອເລືອກສະຖານທີ່ປ່ອຍທີ່ເໝາະສົມທີ່ສຸດໃນທົ່ວປະເທດລາວ ໂດຍຈະຈຳກັດໃຫ້ປ່ອຍສະເພາະຢູ່ໃນເຂດປ່າສະຫງວນ ແລະ ອຸທິຍານແຫ່ງຊາດບ່ອນທີ່ພວກເຮົາຮູ້ວ່າສັດປ່າມັນຈະສາມາດດຳລົງຊີວິດຢູ່ໄດ້ຢ່າງສະຫງົບສຸກ.

ສຳລັບສັດປ່າທີ່ອາໄສຢູ່ດ້ວຍກັນແບບທຳມະຊາດ ພວກເຮົາປ່ອຍເປັນຝູງ ຫຼື ເປັນຄອບຄົວກັບຄືນສູ່ປ່າ. ບໍ່ມີສັດປ່າໂຕໃດຖືກປ່ອຍຈົນກວ່າພວກມັນຈະພ້ອມ ສິ່ງນີ້ກໍ່ເພື່ອເຮັດໃຫ້ພວກມັນມີຊີວິດຢູ່ລອດໃນທຳມະຊາດ.

A gibbon awaiting release

ສະໜັບສະໜູນທີມງານກູ້ໄພ

ທີມງານກູ້ໄພຂອງພວກເຮົາຕ້ອງໄດ້ເດີນທາງໄປທົ່ວປະເທດລາວ ເພື່ອຊອກຫາສະຖານທີ່ທີ່ສົມບູນໃນການປ່ອຍສັດປ່າກັບຄືນສູ່ປ່າ. ສິ່ງດັ່ງກ່າວນີ້ລ້ວນແລ້ວແຕ່ມີການໃຊ້ຈ່າຍເຊັ່ນ: ພາຫະນະ, ຄອກສັດ, ທີ່ພັກອາໄສ ແລະ ອາຫານການກິນ! ຖ້າທ່ານມີຄວາມສົນໃຈໃນການສະໜັບສະໜູນທີມງານກູ້ໄພ ກະລຸນາກົດເຂົ້າເບິ່ງສິ່ງທີ່ພວກເຮົາຕ້ອງການ ຫຼື ຕິດຕໍ່ກັບພວກເຮົາ!

A Burmese python is released back into the wild

ງູເຫຼືອມຖືກປ່ອຍກັບຄືນສູ່ປ່າ

Releasing an animal into a rainforest

ທີມງານຂອງພວກເຮົາເດີນທາງໄປທຸກບ່ອນໃນປະເທດລາວ ເພື່ອປ່ອຍສັດປ່າ