ວຽກງານດ້ານການອະນຸລັກຂອງມູນນິທິອະນຸລັກສັດປ່າລາວມີຫຼາຍຮູບຫຼາຍແບບ. ພວກເຮົາກຳລັງພັດທະນາໂປຼແກຼມການປະສົມພັນສັດ ເພື່ອຄືນສັດປ່າສາຍພັນທີ່ໃກ້ຈະສູນພັນຢ່າງຍິ່ງແລ້ວກັບຄືນສູ່ທຳມະຊາດ ພ້ອມທັງພັດທະນາວຽກງານການບຳບັດຟື້ນຟູ ແລະ ການປ່ອຍສັດປ່າຂອງພວກເຮົາ ເພື່ອເປັນການສະໜັບສະໜູນການອະນຸລັກສັດປ່າສາຍພັນທີ່ກຳລັງຖືກໄພຂົ່ມຂູ່. ພວກເຮົາຍັງປະກອບສ່ວນເຂົ້າໃນການເກັບກຳຂໍ້ມູນທົ່ວໂລກກ່ຽວກັບສາຍພັນສັດທີ່ພົບເຫັນຢູ່ໃນປະເທດລາວ ແລະ ພ້ອມທັງເກັບກຳຂໍ້ມູນທີ່ສຳຄັນກ່ຽວກັບການຄ້າສັດປ່າທີ່ຜິດກົດໝາຍອີກດ້ວຍ. ນອກຈາກນີ້, ພວກເຮົາຍັງມີບົດບາດສຳຄັນໃນການສຶກສາທຳມະຊາດກ່ຽວກັບການອະນຸລັກສັດປ່າໃນ ສປປ ລາວ ເພື່ອເປັນການສົ່ງເສີມໃຫ້ຄົນຮຸ່ນໃໝ່ອະນຸລັກສິ່ງແວດລ້ອມ.

ພວກເຮົາໄດ້ເຂົ້າຮ່ວມກັບຫຼາຍໆໂຄງການອະນຸລັກສັດປ່າໃນລະດັບພາກພື້ນ ແລະ ສາກົນ ເຊັ່ນ: ໂຄງການ Saola Working Group. ໂຄງການນີ້ແມ່ນເຮັດວຽກເພື່ອອະນຸລັກ “ໂຕຢູນິຄອນຂອງເຂດອາຊີ” ຫຼື ເສົາຫຼາສັດທີ່ຫາຍາກ ແລະ ສວຍງາມ ເຊິ່ງເປັນຊະນິດສັດທີ່ມີປະຊາກອນເຫຼືອໜ້ອຍກວ່າ 100 ໂຕ ໃນທຳມະຊາດ.

ພວກເຮົາຍັງໄດ້ເຮັດວຽກຮ່ວມກັບບັນດາອົງການອະນຸລັກສັດປ່າໂລກ ເພື່ອຊ່ວຍແກ້ໄຂບັນຫາການອະນຸລັກສັດປ່າໃຫ້ກວ້າງຂວາງ ພ້ອມທັງພັດທະນາກົດໝາຍຄຸ້ມຄອງສັດປ່າຢູ່ພາຍໃນປະເທດ. ໃນຖານະທີ່ເປັນມູນນິທິອະນຸລັກສັດປ່າແຫ່ງທຳອິດຂອງປະເທດລາວ ພວກເຮົາມີຄວາມມຸ້ງໝັ້ນຈະເຮັດວຽກສຸມໃສ່ການອະນຸລັກສັດປ່າ ແລະ ສືບຕໍ່ເສີມຂະຫຍາຍສ້າງຄວາມແຕກຕ່າງໃນອະນາຄົດ.

Indian hog deer

ກວາງຊາຍມີຈຳນວນປະຊາກອນຫຼຸດລົງ ແລະ ຖືກຈັດເປັນສັດທີ່ໃກ້ຈະສູນພັນແລ້ວ