ມູນນິທິອະນຸລັກສັດປ່າລາວແມ່ນອົງການກຸສົນທີ່ຫາກໍ່ຕັ້ງຂຶ້ນໃໝ່ ແລະ ກຳລັງເຕີບໃຫຍ່ຂະຫຍາຍຕົວ ແຕ່ວ່າກໍ່ມີພະນັກງານລາວຂອງພວກເຮົາຫຼາຍຄົນທີ່ຢູ່ໃນເຂດ ບ້ານ ເກີນ ນີ້ໄດ້ເຮັດວຽກເປັນພະນັກງານລ້ຽງດູສັດປ່າໃນສະຖານທີ່ແຫ່ງນີ້ມາຕັ້ງແຕ່ປີ 1990 ແລ້ວ. ມູນນິທິອະນຸລັກສັດປ່າລາວດຳເນີນງານຢູ່ໃນພື້ນທີ່ຂອງສວນສັດລາວ ໂດຍມີເປົ້າໝາຍສືບຕໍ່ເພື່ອຫັນປ່ຽນສະພາບການມາເປັນສູນກາງແຫ່ງການອະນຸລັກສັດປ່າໃນປະເທດ.

ໃນປີ 2015 ທາງເຈົ້າຂອງສວນສັດລາວຈຶ່ງໄດ້ຕັດສິນໃຈສ້າງການປ່ຽນແປງທີ່ສຳຄັນ ແລະ ເລີ່ມເຮັດວຽກກັບບັນດາອົງການອະນຸລັກສັດປ່າໂລກ NGO ເພື່ອພັດທະນາໃຫ້ສະຖານທີ່ອັນໜ້າປະທັບໃຈແຫ່ງນີ້ມີຜົນປະໂຫຍດໃຫ້ກັບສັດປ່າ ແລະ ປະເທດຊາດ. ສິ່ງນີ້ໃນທີ່ສຸດນຳໄປສູ່ການຕັດສິນໃຈຫັນປ່ຽນສວນສັດມາເປັນສູນອະນຸລັກສັດປ່ານາໆຊະນິດແຫ່ງທຳອິດຂອງປະເທດລາວ. ນັບຕັ້ງແຕ່ປີ 2015 ເປັນຕົ້ນມາໂຄງການນີ້ຈຶ່ງໄດ້ເຕີບໃຫຍ່ຂະຫຍາຍຕົວນຳໄປສູ່ການກໍ່ສ້າງເປັນມູນນິທິອະນຸລັກສັດປ່າລາວ ແລະ ໄດ້ຈົດທະບຽນເຂົ້າເປັນສູນມູນນິທິທີ່ບໍ່ຫວັງຜົນກຳໄລໃນປີ 2018. ມູນນິທິອະນຸລັກສັດປ່າລາວຈຶ່ງໄດ້ໃຫ້ຄວາມຮູ້ ແລະ ຄວາມຊ່ຽວຊານໃນການປັບປຸງຄອກສັດ ແລະ ອາຫານການກິນຕ່າງໆຂອງສັດປ່າ, ສ້າງຕາຕະລາງເພື່ອເຮັດອາລີຊີເມນເປັນປະຈຳໃຫ້ກັບສັດປ່າ ພ້ອມທັງໃຫ້ການຮັກສາທາງການແພດຕະຫຼອດ 24 ຊົ່ວໂມງແກ່ສັດປ່າທຸກໆໂຕຂອງພວກເຮົາ. ນອກຈາກນີ້, ພວກເຮົາຍັງໄດ້ພະຍາຍາມປັບປຸງສະຫວັດດີການດ້ານສັດປ່າໃຫ້ແກ່ສັດປ່າທຸກໂຕທີ່ຢູ່ໃນສູນຂອງພວກເຮົາ ໂດຍນັບຕັ້ງແຕ່ໂຕທີ່ຫາກໍ່ກູ້ໄພມາໃໝ່ໄປຈົນເຖິງໂຕທີ່ໄດ້ອາໄສຢູ່ໃນສູນຂອງພວກເຮົາແລ້ວ.

ໃນທຸກໆມື້ໂຄງການດັ່ງກ່າວນີ້ຍັງຄົງສືບຕໍ່ຂະຫຍາຍຕົວອອກໄປນອກເຂດບ້ານ ເກີນ ເພາະວ່າພວກເຮົາດໍາເນີນງານໂຄງການໃໝ່ນີ້ແມ່ນເພືື່ອອະນຸລັກສັດປ່າສາຍພັນທີ່ໃກ້ຈະສູນພັນຢ່າງຍິ່ງ ພ້ອມທັງເຜີຍແຜ່ໃຫ້ການສຶກສາ ແລະ ປູກຈິດສຳນຶກໃຫ້ປະຊາຊົນລາວທົ່ວປະເທດຮູ້ເຖິງຄວາມສຳຄັນໃນການອະນຸລັກສັດປ່າ. ນັບແຕ່ນັ້ນມາພວກເຮົາຍັງໄດ້ພັດທະນາອົງການກຸສົນຢູເຄ ເຊິ່ງມີຈຸດປະສົງປູກຈິດສຳນຶກ ແລະ ໃຫ້ທຶນຮອນ ເພື່ອປະຕິບັດວຽກງານຂອງພວກເຮົາໃນປະເທດລາວ.

ປະເທດລາວຂອງພວກເຮົາມີປະຫວັດຄວາມເປັນມາທາງທຳມະຊາດ ແລະ ມະນຸດຢ່າງຍາວນານ ແລະ ໜ້າສົນໃຈ ເປັນປະເທດທີ່ມີຄວາມສວຍງາມໃນອາຊີຕາເວັນອອກສ່ຽງໃຕ້. ໃນເມື່ອກ່ອນມີຊື່ເອີ້ນວ່າ: “ລ້ານຊ້າງ” ຫຼື ແຜ່ນດິນລ້ານຊ້າງ, ມີການຮັກສາປະຫວັດອັນລ້ຳຄ່າທາງດ້ານພຸດທະສາສະໜາມາຍາວນານ. ປະເທດລາວເປັນປະເທດທີ່ເປັນຕາໜ້າມາຢ້ຽມຊົມຢູ່ໃນອາຊີຕາເວັນອອກສ່ຽງໃຕ້ ເນື່ອງຈາກປະຊາຊົນບັນດາເຜົ່າມີຊື່ສຽງດົງດັງທາງດ້ານຄວາມເປັນມິດໄມຕຣີຢູ່ໃນໂລກ.

ໃນບໍ່ດົນມານີ້ປະເທດລາວກຳລັງມີການພັດທະນາອຸດສາຫະກຳການທ່ອງທ່ຽວ ເນື່ອງຈາກວ່າເປັນປະເທດທີ່ມີເຕັມໄປດ້ວຍພູຜາປ່າໄມ້ ແລະ ມີແມ່ນ້ຳຂອງໄຫຼຜ່ານແຕ່ເໜືອຮອດໃຕ້. ຍັງມີຊາຍແດນຕິດກັບ ຈີນ, ມຽນມາ, ຫວຽດນາມ, ໄທ ແລະ ກໍາປູເຈຍ ສະນັ້ນ, ປະເທດລາວຈຶ່ງເປັນບ່ອນທີ່ດີເລີດໃນການເດີນທາງເຂົ້າຜ່ານໄປຍັງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເພື່ອຢ້ຽມຊົມຄວາມສວຍງົດງາມຕ່າງໆທີ່ມີຢູ່ໃນພາກພື້ນນີ້. ລາວເປັນປະເທດທີ່ໃຈເຢັນໆ ຫຼື ບໍ່ກັງວົນ ໂດຍປົກກະຕິມັກເວົ້າຄຳວ່າ “bor pen yang” ບໍ່ເປັນຫຍັງ!

ເຖິງແມ່ນວ່າປະຊາຊົນລາວມີຄວາມດົງດັງດ້ານຄວາມເປັນມິດໄມຕຣີ ແຕ່ຍັງມີຄົນສ່ວນຫຼາຍຢູ່ໃນໂລກນີ້ຍັງບໍ່ທັນຮູ້ຈັກປະຫວັດຄວາມເປັນມາທີ່ໂສກເສົ້າຂອງປະເທດລາວເຊັ່ນ: “ສົງຄາມລັບໃນລາວ” ເກີດມາຈາກສົງຄາມການເມືອງ ເນື່ອງຈາກຖືກເປັນຫົວເມືອງຂຶ້ນຂອງຝຣັ່ງ ແລະ ມີສົງຄາມຂອງສະຫະລັດເພື່ອຕ້ານລັດທິຄອມມູນິດໃນລາວ. ປະຊາຊົນລາວປະມານ 450,000 ຄົນ ແລະ ສັດປ່າຈຳນວນນັບບໍ່ຖ້ວນໄດ້ຖືກເສຍຊີວິດ ຫຼື ໄດ້ຮັບຜົນກະທົບຢ່າງເລິກເຊິງໃນໄລຍະສົງຄາມນີ້. ດ້ວຍເຫດນີ້, ປະເທດລາວຈຶ່ງຖືວ່າເປັນປະເທດທີ່ຖືກຖິ້ມລະເບີດຫຼາຍທີ່ສຸດຢູ່ໃນໂລກ ແລະ ຍັງມີຈຳນວນລະເບີດທີ່ຍັງບໍ່ທັນແຕກໃນປາງສົງຄາມເຫຼືອໄວ້ໃນເຂດຊົນນະບົດຂອງລາວ, ສືບຕໍ່ທຳລາຍປະຊາຊົນລາວ ແລະ ສັດປ່າເຮັດໃຫ້ພິການ ແລະ ເສຍຊີວິດມາຈົນເຖິງທຸກວັນນີ້. ຍ້ອນຄວາມທຸກຍາກທີ່ເກີດຈາກສົງຄາມດັ່ງກ່າວຈຶ່ງເຮັດໃຫ້ປະຊາຊົນລາວຫຼາຍໆຄົນຕ້ອງອາໄສການລ່າສັດປ່າເພື່ອນຳມາລ້ຽງຄອບຄົວ. ສະນັ້ນ, ຈຶ່ງເຮັດໃຫ້ຈຳນວນປະຊາກອນຂອງສັດປ່າຫຼຸດລົງຢ່າງໄວວາ ແລະ ຍັງເຮັດໃຫ້ເກີດໄພຂົ່ມຂູ່ຕໍ່ກັບສັດປ່າຫຼາຍໆຊະນິດອີກມາຈົນເຖິງທຸກວັນນີ້. ເຖິງແມ່ນວ່າປະເທດຊາດຈະມີປະຫວັດຄວາມເປັນມາທີ່ໂສກເສົ້າ ແຕ່ປະຊາຊົນລາວບັນດາເຜົ່າກໍ່ຍິນດີຕອນຮັບນັກທ່ອງທ່ຽວທຸກຄົນດ້ວຍຄວາມເປີດອົກເປີດໃຈ, ແບ່ງປັນ ແລະ ໃຫ້ຄວາມຮູ້ກ່ຽວກັບວັດທະນາທຳ ແລະ ຮີດຄອງປະເພນີອັນດີງາມຂອງລາວ. ມັນເປັນສິ່ງທີ່ສຳຄັນແລ້ວທີ່ຍັງບໍ່ທັນລືມປະຫວັດຄວາມເປັນມາຂອງປະເທດລາວ.

ໃນຊຸມປີມໍ່ໆມານີ້ປະເທດລາວໄດ້ກາຍມາເປັນສູນກາງການຄ້າສັດປ່ານາໆຊະນິດທີ່ຜິດກົດໝາຍ ຍ້ອນວ່າເປັນທີ່ຕັ້ງທາງດ້ານຍຸດທະສາດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ກົດໝາຍຄຸ້ມຄອງໃນເຂດຊົນນະບົດຍັງເປັນສິ່ງທີ່ທ້າທາຍ. ສະນັ້ນ, ຈຶ່ງເຮັດໃຫ້ປະເທດລາວມີການຕິດພັນກັບການລັກລອບຄ້າຂາຍສັດປ່າທີ່ຜິດກົດໝາຍຈາກບັນດາປະເທດໃນອາຟຣິກາ ແລະ ອາຊີ.

ນອກຈາກນີ້, ປະເທດລາວຍັງມີການຄົ້ນພົບສັດປ່າຫຼາຍໆຊະນິດໃໝ່ແຕ່ລະປີ ແລະ ພ້ອມທັງຍັງເປັນຖິ່ນທີ່ຢູ່ອາໄສຂອງສັດປ່າທີ່ໃກ້ຈະສູນພັນຫຼາຍຊະນິດ. ໃນເມື່ອມີສິ່ງທີ່ທ້າທາຍຫຼາຍຢ່າງໃນການຕ້ານກັບອາຊະຍາກຳສັດປ່າທີ່ຜິດກົດໃນປະເທດລາວ ແຕ່ພວກເຮົາກໍ່ພູມໃຈທີ່ຈະເປັນຜູ້ນຳໜ້າໃນການເຮັດວຽກຕ້ານກັບສິ່ງດັ່ງກ່າວນີ້ ເພື່ອປົກປ້ອງມໍລະດົກທາງທຳມະຊາດຂອງປະເທດທີ່ສວຍງາມນີ້ໃຫ້ກັບຄົນຮຸ່ນຫຼັງ.

ຮຽນຮູ້ເພີ່ມເຕີມກ່ຽວກັບວຽກງານຂອງພວກເຮົາໃນປະເທດລາວ