ຄວາມຮູ້ ແລະ ການປູກຈິດສຳນຶກເປັນເຄື່ອງມືທີ່ມີອິດທິພົນທີ່ສຸດໃນການຕ້ານກັບການຄ້າສັດປ່າທີ່ຜິດກົດໝາຍ. ການຢຸດຄວາມຕ້ອງການດ້ານສັດປ່າ ແລະ ຫັນມາສົ່ງເສີມໃຫ້ມີການເບິ່ງແຍງຮັກສາສັດປ່າແມ່ນສອງວິທີການທີ່ສຳຄັນທີ່ສຸດ ເພື່ອປົກປ້ອງສັດປ່າໃນປະເທດລາວໃຫ້ຄົນຮຸ່ນຫຼັງໄດ້ສຶກສາຮ່ຳຮຽນ.

ປະຊາຊົນລາວທົ່ວໄປອາດບໍ່ຮູ້ວ່າການກະທຳຂອງພວກເຂົາມີຜົນກະທົບແນວໃດຕໍ່ກັບສັດປ່າພື້ນເມືອງລາວ ໂດຍສະເພາະສາຍພັນສັດທີ່ໃກ້ຈະສູນພັນ. ມັນເປັນສິ່ງທີ່ສຳຄັນໃນການແຊຣ໌ບັນຫາທີ່ສົ່ງຜົນກະທົບຕໍ່ກັບສິ່ງແວດລ້ອມຂອງພວກເຮົາ ເພື່ອລົບລ້າງຄວາມລຶກລັບ ແລະ ພະຍາຍາມຊອກຫາທາງເລືອກທີ່ດີໃນການແກ້ໄຂບັນຫາດັ່ງກ່າວ. ພວກເຮົາເຊື່ອວ່າພວກເຮົາຄວນເຮັດວຽກຮ່ວມກັບຊຸມຊົນໃນທ້ອງຖິ່ນ ເພາະຄົນໃນທ້ອງຖິ່ນສາມາດເປັນກຸນແຈທີ່ສຳຄັນໃນການຊ່ວຍສະກັດກັ້ນການຄ້າສັດປ່າທີ່ຜິດກົດໝາຍ.

ສູນສຶກສາຂອງພວກເຮົາກຳລັງເຕີບໃຫຍ່ຂະຫຍາຍຕົວເປັນສູນກາງການຮຽນຮູ້ທີ່ສຳຄັນຂອງປະເທດລາວ ພ້ອມທັງເປັນສູນຈັດງານສຳມະນາຕ່າງໆໃຫ້ກັບກຸ່ມນັກສຶກສາຂອງໂຮງຮຽນມະຫາວິທະຍາໄລແຫ່ງຊາດ ແລະ ອົງການອະນຸລັກເຕົ່າອາຊີ. ເຊີນຕິດຕາມເພຈ໌ໂຊເຊຍມີເດຍຂອງພວກເຮົາ ເພື່ອເບິ່ງວ່າຈະມີງານສຳມະນາການສຶກສາໃດເກີດຂຶ້ນໃນໄວໆນີ້. ນອກຈາກນີ້, ພວກເຮົາຍັງສາມາດສ້າງຄວາມຮູ້ ແລະ ປະສົບການທີ່ພິເສດໃຫ້ກັບທຸກລຸ່ນຄົນກ່ຽວກັບຄວາມຮູ້ພື້ນຖານໃນການເບິ່ງແຍງຮັກສາສັດປ່າຢ່າງມີຈັນຍາບັນ ໂດຍນັບຕັ້ງແຕ່ນັກສຶກສາໄປຈົນເຖິງພະນັກງານຕ່າງໆ. ໂຮງຮຽນນານາຊາດຫຼາຍແຫ່ງກໍ່ໄດ້ເຂົ້າມາຢ້ຽມຊົມສູນຂອງພວກເຮົາຢູ່ເລື້ອຍໆ ເພື່ອຮຽນຮູ້ເຖິງສັດປ່າລາວ ແລະ ວິທີການກະກຽມອາລີຊີເມນໃຫ້ກັບສັດປ່າຂອງພວກເຮົາໃຫ້ມີຄວາມສະໜຸກສະໜານ – ຕິດຕໍ່ຫາພວກເຮົາຖ້າທ່ານຕ້ອງການຈອງເພື່ອພານັກຮຽນມາທັດສະນະສຶກສາ! ນອກຈາກນີ້ ພວກເຮົາຍັງມີການສອນແຕ່ລະເດືອນໃຫ້ກັບໂຮງຮຽນມັດທະຍົມຕອນຕົ້ນຢູ່ໃນບ້ານຂອງພວກເຮົາກ່ຽວກັບຄວາມສຳຄັນໃນການປົກປັກຮັກສາສິ່ງແວດລ້ອມທີ່ຢູ່ອ້ອມຂ້າງ.

ພວກເຮົາແຊຣ໌ເລື່ອງລາວສັດປ່າທີ່ໜ້າປະທັບໃຈຂອງມູນນິທິອະນຸລັກສັດປ່າລາວ ຜ່ານທາງຂໍ້ມູນທັດສະນະສຶກສາ, ປ້າຍສຶກສາໃນຄອກສັດ ແລະ ງານສຳມະນາຕ່າງໆໃນເຂດບ້ານ ເກີນ. ໂດຍການແຊຣ໌ບາງເລື່ອງລາວການກູ້ໄພສັດປ່າທີ່ໜ້າເສົ້າໃຈຂອງພວກເຮົາ ແລະ ພ້ອມທັງຊີ້ແຈງໃຫ້ເຫັນເຖິງວິທີການສຳພັນກັບສັດປ່າຢ່າງມີຈັນຍາບັນ ເພາະພວກເຮົາຫວັງຈະໃຫ້ຄວາມຮູ້ໃນດ້ານນີ້ແກ່ປະຊາຊົນລາວ, ແຂກຜູ້ມາເບິ່ງຊົມ ແລະ ບັນດາຜູ້ອາສາສະໝັກສາກົນ ເພື່ອໃຫ້ພວກເຂົາກາຍເປັນຜູ້ທີ່ມີຈິດໃຈມັກຮັກໃນການອະນຸລັກສັດປ່າຫຼັງຈາກທີ່ພວກເຂົາອອກໄປຈາກມູນນິທິອະນຸລັກສັດປ່າລາວ. ໃຫ້ບຸກຄົນເຫຼົ່ານີ້ເປັນສ່ວນໜຶ່ງທີ່ສຳຄັນໃນວຽກງານຂອງພວກເຮົາເພື່ອຕ້ານກັບການຄ້າສັດປ່າທີ່ຜິດກົດໝາຍ.

Young conservationists learning field research techniques

ນັກອະນຸລັກໜຸ່ມຮຽນຮູ້ເຕັກນິກການຄົ້ນຄວ້າພາກສະໜາມ

Educational signs in Lao and English can be seen around the site

ປ້າຍສຶກສາທີ່ເປັນພາສາລາວ ແລະ ອັງກິດສາມາດເບິ່ງເຫັນໄດ້ທົ່ວໄປໃນສວນສັດ