ເປົ້າໝາຍຫຼັກຂອງພວກເຮົາແມ່ນເພື່ອປະກອບສ່ວນເຂົ້າໃນການສ້າງທັກສະ ແລະ ຄວາມຮູ້ດ້ານການອະນຸລັກ ແລະ ການລ້ຽງດູສັດປ່າໃນທົ່ວປະເທດລາວ.

ເຊິ່ງລວມທັງການສະໜັບສະໜູນແນວຄວາມຄິດລິເລີ່ມດ້ານການສຶກສາເປັນຕົ້ນຕໍເຊັ່ນ: ການຝຶກອົບຮົມທັກສະການສຳຫຼວດໃນພາກສະໜາມໃຫ້ກັບບັນດານັກອະນຸລັກ ແລະ ພ້ອມທັງເຮັດວຽກກັບລັດຖະບານລາວໃນການເສີມສ້າງຄວາມອາດສາມາດ ເພື່ອພັດທະນາ ແລະ ຂະຫຍາຍທັກສະຂອງປະຊາຊົນລາວໃນທ້ອງຖິ່ນຕ່າງໆໃຫ້ມີການອະນຸລັກສັດປ່າ.

ໂຄງການເສີມສ້າງຄວາມອາດສາມາດທີ່ໃຫຍ່ທີ່ສຸດຢູ່ໃນສູນຂອງພວກເຮົານີ້ແມ່ນເຮັດຜ່ານໂດຍໂຄງການສວນສັດລາວຂອງພວກເຮົາ. ພວກເຮົາມີມາດຕະຖານການເຮັດວຽກລະດັບສູງຢູ່ໃນສູນມູນນິທິອະນຸລັກສັດປ່າລາວ ແລະ ມີຄວາມພູມໃຈໃນໂປຼແກຼມການຝຶກອົບຮົມ ແລະ ແບ່ງປັນທັກສະໃຫ້ກັບພະນັກງານລາວ. ນອກນີ້, ພວກເຮົາຍັງຈັດຫາການຝຶກອົບຮົມດ້ານການລ້ຽງດູສັດປ່າໃຫ້ໄດ້ຕາມມາດຕະຖານຂອງອົງການ EAZA ແລະ AZA ເພື່ອນຳໄປສູ່ການຖ່າຍທອດຄວາມຮູ້ລະດັບສາກົນ ແລະ ພັດທະນາທັກສະການເຮັດວຽກໃນໄລຍະຍາວ.

ພວກເຮົາຮູ້ວ່າການຝຶກອົບຮົມ, ແບ່ງປັນຄວາມຮູ້ ແລະ ສົ່ງເສີມພະນັກງານແມ່ນມີຄວາມສຳຄັນຫຼາຍ ເພື່ອປັບປຸງຄວາມອາດສາມາດໃນໄລຍະຍາວຂອງຊຸມຊົນອະນຸລັກສັດປ່າລາວ ແລະ ພວກເຮົາກໍ່ມີຄວາມພູມໃຈຕໍ່ກັບບົດບາດໃນການສ້າງສິ່ງດັ່ງກ່າວນີ້!

Young conservationists practice their new field skills

ນັກອະນຸລັກໜຸ່ມໃໝ່ຝຶກອົບຮົມທັກສະການສຳຫຼວດພາກສະໜາມ