ການກູ້ໄພສັດປ່າຈາກການຄ້າສັດປ່າທີ່ຜິດກົດໝາຍແມ່ນພາລະກິດຕົ້ນຕໍຂອງທີມງານພວກເຮົາ. ສປປ ລາວ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ສ່ວນໃຫຍ່ແລ້ວຈະເປັນເຂດຊົນນະບົດ ແລະ ພູດອຍ ເຊິ່ງມີຊາຍແດນຕິດກັບ 5 ປະເທດໃນອາຊີຕາເວັນອອກສ່ຽງໃຕ້. ສະນັ້ນ, ປັດໃຈດັ່ງກ່າວນີ້ຈຶ່ງເຮັດໃຫ້ປະເທດລາວກາຍເປັນເສັ້ນທາງຫຼັກໃນການລັກລອບຄ້າຂາຍສັດປ່າທີ່ຜິດກົດໝາຍ. ສັດປ່າທີ່ມາຈາກປະເທດອາຟຣິກາ ເພື່ອລຳລຽງຜ່ານປະເທດລາວ ໂດຍປົກກະຕິແລ້ວເຈົ້າໜ້າທີ່ລັດຖະບານມັກຈະກວດບໍ່ເຫັນ ແລະ ຫຼັງຈາກນັ້ນຈຶ່ງຈະຄ່ອຍຖືກລຳລຽງມຸ້ງໜ້າໄປຍັງປະເທດເພື່ອນບ້ານເຊັ່ນ: ຈີນ ແລະ ຫວຽດນາມ.

ທີມງານກູ້ໄພຂອງພວກເຮົາເປີດສາຍດ່ວນກູ້ໄພສັດປ່າຕະຫຼອດ 24 ຊົ່ວໂມງ ເພື່ອກຽມພ້ອມປະຕິບັດງານທຸກໆເວລາບໍ່ວ່າຈະເປັນກາງເວັນ ຫຼື ກາງຄືນ. ພວກເຮົາເຮັດວຽກຢ່າງໃກ້ຊິດກັບລັດຖະບານລາວ ເພື່ອໄປຮັບເອົາສັດປ່າທີ່ທາງເຈົ້າໜ້າທີ່ຍຶດໄດ້ຢູ່ທຸກໆບ່ອນໃນທົ່ວປະເທດລາວ. ເຊິ່ງພວກເຮົາຈະກູ້ໄພເອົາສັດປ່າທຸກໆຊະນິດທີ່ທາງເຈົ້າໜ້າທີ່ຍຶດໄດ້ຈາກການຄ້າສັດປ່າທີ່ຜິດກົດໝາຍ. ສິ່ງນີ້ເພື່ອຮັບປະກັນໃຫ້ສັດປ່າທີ່ຖືກຕົກເປັນເຫຍື່ອການຄ້າກັບມາມີໂອກາດອີກເທື່ອໜຶ່ງພົບກັບຊີວິດທີ່ມີສຸຂະພາບແຂງແຮງໃນທຳມະຊາດ.

ປະຊາກອນສັດປ່າບາງຊະນິດກຳລັງໝົດໄປໄວກວ່າທີ່ພວກມັນເກີດຂຶ້ນມາໃໝ່.

IUCN Red List, 2014

ສັດປ່າທີ່ພວກເຮົາກູ້ໄພໄດ້ແມ່ນມີເປົ້າໝາຍນຳມາບຳບັດຟື້ນຟູ ແລະ ປ່ອຍກັບຄືນສູ່ເຂດປ່າສະຫງວນໃນ ສປປ ລາວ ເພາະວ່າສັດປ່າທີ່ພວກເຮົາໄດ້ມານັ້ນສ່ວນຫຼາຍແມ່ນສາຍພັນທີ່ໃກ້ຈະສູນພັນແລ້ວ ສະນັ້ນ, ທຸກໆການກູ້ໄພນັບວ່າມີຄວາມສຳຄັນຫຼາຍ. ຄຼິກເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບວຽກງານການບຳບັດຟື້ນຟູ ແລະ ການປ່ອຍສັດປ່າຂອງພວກເຮົາ.

ເຖິງຢ່າງໃດກໍ່ຕາມ, ຄວາມເປັນຈິງອັນໜຶ່ງທີ່ໜ້າເສົ້າໃຈສຳລັບການຄ້າສັດປ່າທີ່ຜິດກົດໝາຍແມ່ນເຮັດໃຫ້ເກີດຄວາມເສຍຫາຍກັບສັດປ່າຕົ້ນຕໍຄືບັນຫາທາງດ້ານສຸຂະພາບ ແລະ ພຶດຕິກຳ ໂດຍປົກກະຕິແລ້ວຈະບໍ່ສາມາດຟື້ນຟູໃຫ້ກັບຄືນສູ່ສະພາບເດີມ ສະນັ້ນ, ຈຶ່ງເຮັດໃຫ້ພວກເຮົາບໍ່ສາມາດປ່ອຍສັດປ່າດັ່ງກ່າວກັບຄືນສູ່ທຳມະຊາດ. ນີ້ແມ່ນສູນຫຼົບໄພສັດປ່າ ແລະ ໂຄງການການສຶກສາທີ່ສຳຄັນທີ່ສຸດຂອງພວກເຮົາ ເຊີນກົດເຂົ້າເບິ່ງ.

ຖ້າຫາກທ່ານພົບເຫັນປະຊາຊົນຈຳໜ່າຍ ຫຼື ຄອບຄອງສັດປ່າຢູ່ບ່ອນໃດ ທ່ານສາມາດຂໍຄວາມຊ່ວຍເຫຼືອໄດ້ຈາກພວກເຮົາ ໂດຍເກັບກຳຂໍ້ມູນເພື່ອຈັດການກັບສະຖານະການດັ່ງກ່າວຕາມເພຈ໌ການລາຍງານອາຊະຍາກຳສັດປ່າຂອງພວກເຮົາ.

Enclosure used to rescue animals

ສະໜັບສະໜູນທີມງານກູ້ໄພ

ພາລະກິດການກູ້ໄພແມ່ນຕ້ອງການອຸປະກອນຢ່າງຫຼວງຫຼາຍເພື່ອໃຫ້ສາມາດກູ້ໄພໄດ້ສັດປ່າທຸກໆຊະນິດຢູ່ໃນທຸກສະຖານທີ່. ອຸປະກອນກູ້ໄພສັດປ່າຂອງພວກເຮົາຕ້ອງການເຮັດໃຫ້ທັນສະໄໝ ແລະ ຍົກລະດັບເປັນປະຈຳ ສະນັ້ນ, ພວກເຮົາຈຶ່ງກຳລັງຊອກຫາຜູ້ອຸປະຖຳເພື່ອມາສະໜັບສະໜູນທີມງານຂອງພວກເຮົາ. ຖ້າທ່ານມີຄວາມສົນໃຈໃນການສະໜັບສະໜູນທີມງານກູ້ໄພ ກະລຸນາກົດເຂົ້າເບິ່ງສິ່ງທີ່ພວກເຮົາຕ້ອງການ ຫຼື ຕິດຕໍ່ກັບພວກເຮົາ!

Leopard cat rescued from an illegal wildlife market

ເສືອແມວກູ້ໄພໄດ້ຈາກຕະຫຼາດຈຳໜ່າຍສັດປ່າທີ່ຜິດກົດໝາຍ

Langur rescued from the pet trade

ຂາແດງນ້ອຍຖືກມອບໂດຍເຈົ້າຂອງທີ່ລ້ຽງ