ໂຮງໝໍສັດປ່າຂອງພວກເຮົາແມ່ນບ່ອນທຳອິດເພື່ອຊ່ວຍເຫຼືອສັດປ່າທຸກໂຕທີ່ກູ້ໄພໄດ້ມາ. ເມື່ອພວກເຮົານຳສັດປ່າມາຮອດສູນ ທີມງານສັດຕະວະແພດຂອງພວກເຮົາກໍ່ກຽມພ້ອມແລ້ວ ແລະ ລໍຖ້າເພື່ອໃຫ້ຢາ ແລະ ກວດເຊັກສຸຂະພາບທັນທີຕາມທີ່ສັດມັນຕ້ອງການ.

ມີອຸປະກອນຄົບຊຸດໃນການຮັກສາທຸກສະພາບການທີ່ເກີດຂຶ້ນກັບສັດປ່ານາໆຊະນິດໃນເມື່ອໄດ້ກູ້ໄພເຂົ້າມາຢູ່ສູນຂອງພວກເຮົາ. ໂຮງໝໍສັດປ່າຂອງພວກເຮົາມີຜົນງານການເຮັດວຽກມາຫຼາຍປີ ໂດຍໃຫ້ການເບິ່ງແຍງຮັກສາທີ່ດີແກ່ສັດປ່າທຸກໆໂຕພາຍໃຕ້ສະຖານະການທີ່ຫຍຸ້ງຍາກ. ເມື່ອພວກເຮົາກູ້ໄພໄດ້ສັດປ່າສ່ວນຫຼາຍແລ້ວມັກຈະຢູ່ໃນສະພາບທີ່ຊຸດໂຊມ ເນື່ອງມາຈາກພວກມັນໄດ້ກິນອາຫານທີ່ບໍ່ເໝາະສົມ, ຖືກເກັບຮັກສາໄວ້ໃນຄອກທີ່ຄັບແຄບ ຫຼື ຊຸດເຊື່ອງໄວ້ໃນຍານພາຫະນະເພື່ອລັກລອບຂົນສົ່ງຂ້າມແຜ່ນຊາຍແດນ. ສັດບາງໂຕຈໍາເປັນຕ້ອງໄດ້ຜ່າຕັດແຂນຂາ, ໃຫ້ອາຫານ ແລະ ສັງເກດເບິ່ງຕະຫຼອດ 24 ຊົ່ວໂມງ ເພື່ອໃຫ້ພວກມັນມີໂອກາດລອດຊີວິດ.

ສັດປ່າທຸກໂຕທີ່ພວກເຮົາຫາກໍ່ເອົາມາຮອດໃໝ່ຕ້ອງໄດ້ເກັບຮັກສາໄວ້ໃນເຂດປອດເຊື່ອໂລກ ເພື່ອຕິດຕາມໃຫ້ແນ່ໃຈວ່າພວກມັນຈະບໍ່ນຳເຊື່ອພະຍາດທີ່ເປັນອັນຕະລາຍມາຕິດຕໍ່ໃສ່ກັບສັດປ່າໂຕອື່ນໆ. ໃນເມື່ອຜ່ານຊ່ວງໄລຍະເວລາເກັບຮັກສາໄວ້ໃນເຂດປອດເຊື້ອໂລກແລ້ວ ທີມງານຂອງພວກເຮົາຈຶ່ງຈະປະເມີນສຸຂະພາບທາງດ້ານຈິດໃຈ ແລະ ຮ່າງກາຍ ເພື່ອພິສູດວ່າພວກມັນເໝາະສົມແລ້ວບໍທີ່ຈະນຳໄປບຳບັດຟື້ນຟູ ແລະ ປ່ອຍກັບຄືນສູ່ປ່າ.

ສັດປ່າທີ່ພວກເຮົາກູ້ໄພໄດ້ສ່ວນຫຼາຍມັກຈະມີບັນຫາດ້ານສຸຂະພາບ ເນື່ອງມາຈາກຖືກກັກຂັງມາດົນນານ ສະນັ້ນ, ຈຶ່ງເຮັດໃຫ້ພວກມັນບໍ່ສາມາດຢູ່ລອດໄດ້ໃນທຳມະຊາດ ພ້ອມກັນນັ້ນຍັງມີບາງໂຕແມ່ນລຶ້ງເຄີຍກັບຄົນເຮົາແລ້ວ ຖ້າວ່າປ່ອຍພວກມັນກັບຄືນສູ່ປ່າອາດມີຄວາມສ່ຽງໃນການຖືກຈັບອີກ ຫຼື ອາດເກີດຄວາມເປັນອັນຕະລາຍຕໍ່ກັບປະຊາຊົນທີ່ດຳລົງຊີວິດຢູ່ໃນເຂດນັ້ນ. ດັ່ງນັ້ນ, ພວກເຮົາຈຶ່ງຈະຕ້ອງລ້ຽງດູສັດປ່າເຫຼົ່ານີ້ຕະຫຼອດຊີວິດຢູ່ໃນສູນຫຼົບໄພສັດປ່າຂອງພວກເຮົາ ໂດຍ ຄ່ອຍໆລວມຕົວພວກມັນເຂົ້າກັນເປັນຝູງທີ່ຍິ່ງໃຫຍ່, ກໍ່ສ້າງຄອກທີ່ພິເສດໃຫ້ຄືກັນກັບບ່ອນຢູ່ອາໄສຂອງພວກມັນໃນທຳມະຊາດ ພ້ອມທັງເກືອອາຫານທີ່ດີ ແລະ ໃຫ້ການເບິ່ງແຍງຮັກສາທາງການແພດ.

ສຳລັບສັດປ່າທີ່ເໝາະສົມນຳໄປປ່ອຍຄືນສູ່ທຳມະຊາດ ພວກເຮົາຈະສ້າງຄອກທີ່ຈຳກັດການພົວພັນກັບຄົນ ແລະ ເກັບຮັກສາພວກມັນໄວ້ໃຫ້ເປັນແບບທຳມະຊາດ. ສົ່ງເສີມໃຫ້ພວກມັນສາມາດສະແດງ ແລະ ປະພຶດພຶດຕິກຳທາງທຳມະຊາດອອກມາ, ທຸກໆຄອກຕ້ອງເຕັມໄປດ້ວຍສິ່ງໄຕ່ປີນໄປມາຕ່າງໆ, ມີບ່ອນຊອກຫາອາຫານ, ມີພື້ນທີ່ໃຫ້ບິນໄປມາ ແລະ ພ້ອມທັງມີສະນ້ຳເພື່ອໃຫ້ລອຍນ້ຳ. ທຸກໆຄອກດັ່ງກ່າວໄດ້ຖືກອອກແບບມາ ເພື່ອສອນທັກສະການດຳລົງຊີວິດໃຫ້ກັບພວກມັນ ເພື່ອໃຫ້ພວກມັນມີຊີວິດຢູ່ລອດໃນເມື່ອກັບຄືນສູ່ທຳມະຊາດ ນອກຈາກນີ້, ທີມງານອາສາສະໝັກສາກົນຂອງພວກເຮົາຍັງເຮັດອາລີຊີເມນໃຫ້ພວກມັນທຸກໆມື້ອີກ ເພື່ອເພີ່ມແຮງກະຕຸ້ນໃຫ້ກັບພວກມັນ.

Equipment in the wildlife hospital

ສະໜັບສະໜູນໂຮງໝໍສັດປ່າ

ໂຮງໝໍສັດປ່າຂອງພວກເຮົາເປັນໂຮງໝໍສັດປ່າແຫ່ງທຳອິດໃນປະເທດລາວ ເຊິ່ງມີອຸປະກອນໃນການຮັກສາສັດປ່າທີ່ພວກເຮົາກູ້ໄພໄດ້ມາ ແລະ ສັດປ່າທີ່ອາໄສຢູ່ໃນສູນມູນນິທິຂອງພວກເຮົາ. ອຸປະກອນ ແລະ ຂັ້ນຕອນການປະຕິບັດງານທາງການແພດແມ່ນມີການພັດທະນາຢ່າງຕໍ່ເນື່ອງ ແລະ ໂຮງໝໍຂອງພວກເຮົາຕ້ອງການປັບປຸງໃຫ້ທັນສະໄໝເພື່ອໃຫ້ສັດປ່າໄດ້ຮັບການຮັກສາທີ່ດີທີ່ສຸດ. ອຸປະກອນ ແລະ ເຄື່ອງບໍລິໂພກສ່ວນຫຼາຍທີ່ພວກເຮົານຳໃຊ້ຢູ່ໃນໂຮງໝໍສັດປ່ານີ້ແມ່ນລາຄາແພງຫຼາຍ ແລະ ບໍ່ຄ່ອຍຈະມີຂາຍຢູ່ໃນປະເທດລາວ. ສະນັ້ນ, ພວກເຮົາຈຶ່ງກຳລັງຊອກຫາຜູ້ອຸປະຖຳ ເພື່ອມາຊ່ວຍເຫຼືອພວກເຮົາ. ຖ້າທ່ານມີຄວາມສົນໃຈໃນການສະໜັບສະໜູນໂຮງໝໍສັດປ່າຂອງພວກເຮົາ ກະລຸນາກົດເຂົ້າເບິ່ງສິ່ງທີ່ພວກເຮົາຕ້ອງການ ຫຼື ຕິດຕໍ່ກັບພວກເຮົາ!

Binturong undergoing a health check

ເຫງັນໝີກໍາລັງໄດ້ຮັບການກວດເຊັກສຸຂະພາບ

Baby masked palm civet undergoing a health check

ເຫງັນອົ້ມນ້ອຍທີ່ກູ້ໄພມາກຳລັງຖືກກວດເຊັກສຸຂະພາບ

Vets carrying out an ultrasound with donated equipment

ສັດຕະວະແພດກຳລັງເອໂກ່ພ້ອມກັບອຸປະກອນບໍລິຈາກ