ມັນເປັນຄວາມຈິງທີ່ໂຊກຮ້າຍຂອງການຄ້າສັດປ່າທີ່ຜິດກົດໝາຍ ເຊິ່ງສັດປ່າທີ່ພວກເຮົາກູ້ໄພມາຈະໄດ້ຮັບການເບິ່ງແຍງບຳບັດຟື້ນຟູ ໂດຍເກືອອາຫານທີ່ເໝາະສົມ ແລະ ສົ່ງເສີມພຶດຕິກຳທາງທຳມະຊາດໃຫ້ແກ່ພວກມັນ ແຕ່ມີບາງໂຕອາດບໍ່ສາມາດປ່ອຍກັບຄືນສູ່ປ່າ. ສິ່ງນີ້ເປັນຍ້ອນສາເຫດຫຼາຍໆຢ່າງຂຶ້ນຢູ່ກັບການຕັດສິນໃຈຂອງທີມງານສັດຕະວະແພດຂອງພວກເຮົາ ເພາະສາເຫດດັ່ງກ່າວຍັງລວມມີອາການບາດເຈັບ, ບັນຫາສຸຂະພາບໃນໄລຍະຍາວ ຫຼື ພຶດຕິກຳທີ່ບໍ່ເປັນທຳມະຊາດຈາກການຄ້າສັດປ່າທີ່ຜິດກົດໝາຍ. ຕົວຢ່າງ: ຖືກກັກຂັງໄວ້ຢູ່ໃນຄອກທີ່ຄັບແຄບເຮັດໃຫ້ສັດປ່າບໍ່ສາມາດເຕີບໃຫຍ່ໄດ້ຢ່າງເຕັມໂຕ ຫຼື ເກືອອາຫານທີ່ບໍ່ດີອາດນຳໄປສູ່ການເກີດເປັນແຂ້ວແມງທີ່ຈຳເປັນຕ້ອງໄດ້ຖອນອອກ.

ຊີວິດໃນທຳມະຊາດເປັນສິ່ງທີ່ທ້າທາຍສຳລັບສັດປ່າທຸກໆໂຕ ໂດຍສະເພາະສັດປ່າທີ່ເຕີບໂຕບໍ່ເຕັມທີ ຫຼື ບໍ່ມີແຂ້ວຈະເຮັດໃຫ້ພວກມັນຕົກຢູ່ໃນໄພອັນຕະລາຍ ແລະ ມີຄວາມສ່ຽງຕໍ່ການຢູ່ລອດ. ສັດສ່ວນຫຼາຍແມ່ນລຶ້ງເຄີຍກັບຄົນມາກ່ອນແລ້ວເມື່ອປ່ອຍສູ່ປ່າພວກມັນຈະກັບມາຊອກຫາຄົນ ເພື່ອຫວັງໃຫ້ຄົນເອົາອາຫານໃຫ້ກິນ ສະນັ້ນ, ສິ່ງດັ່ງກ່າວນີ້ອາດສາມາດເຮັດໃຫ້ທັງສອງຕົກຢູ່ໃນອັນຕະລາຍ.

ດ້ວຍເຫດຜົນນີ້, ສັດປ່າຫຼາຍໂຕທີ່ພວກເຮົາກູ້ໄພມາຈຶ່ງບໍ່ສາມາດປ່ອຍກັບຄືນສູ່ປ່າ. ພວກເຮົາພະຍາຍາມແຊຣ໌ເລື່ອງລາວຕ່າງໆຂອງພວກເຮົາຢູ່ເລື້ອຍໆ ແຕ່ສຳລັບການກູ້ໄພສັດປ່າບາງຄັ້ງແລ້ວຜົນທີ່ໄດ້ຮັບອັນແທ້ຈິງແມ່ນຕ້ອງໄດ້ລ້ຽງດູສັດໂຕນັ້ນຕະຫຼອດຊີວິດຢູ່ໃນສູນຫຼົບໄພສັດປ່າຂອງພວກເຮົາ ໂດຍການຊີ້ນຳຢ່າງໃກ້ຊິດຈາກທີມງານສັດຕະວະແພດ.

ເຖິງຢ່າງໃດກໍ່ຕາມສັດປ່າເຫຼົ່ານີ້ຈະເປັນຕົວແທນໃຫ້ກັບສາຍພັນຂອງພວກມັນໃນຫຼາຍໆດ້ານເຊັ່ນວ່າ: ເກັບຮັກສາພວກມັນເຂົ້າໄວ້ໃນໂປຼແກຼມການສຶກສາ ເພື່ອສອນພຶດຕິກຳທາງທຳມະຊາດໃນການຢູ່ເປັນໝູ່ເປັນຝູງໃຫ້ກັບສັດໂຕໜຸ່ມນ້ອຍ ຫຼື ນຳມາເຂົ້າຮ່ວມກັບໂປຼແກຼມການປະສົມພັນ ເພື່ອປົກປ້ອງອະນາຄົດສາຍພັນຂອງພວກມັນ. ສັດທຸກໆໂຕທີ່ຢູ່ໃນສູນຫຼົບໄພສັດປ່າຂອງພວກເຮົານີ້ແມ່ນມີຄຸນຄ່າຫຼາຍ ແລະ ມີສ່ວນຊ່ວຍໃນພາລະກິດຂອງພວກເຮົາ ເພື່ອປົກປ້ອງສັດປ່າລາວໃຫ້ຄົນຮຸ່ນຫຼັງໄດ້ເຂົ້າມາເບິ່ງຊົມ.

Asiatic black bears

ໝີຄວາຍບໍ່ເໝາະສົມປ່ອຍກັບຄືນສູ່ປ່າ ສະນັ້ນ, ພວກມັນຈຶ່ງໄດ້ຮັບການລ້ຽງດູຕະຫຼອດຊີວິດຢູ່ໃນສູນຫຼົບໄພສັດປ່າຂອງພວກເຮົາ