ມູນນິທິອະນຸລັກສັດປ່າລາວແມ່ນສູນກູ້ໄພ, ອະນຸລັກ ແລະ ສຶກສາສັດປ່າທີ່ບໍ່ຫວັງຜົນກຳໄລແຫ່ງທຳອິດຂອງປະເທດລາວ. ພວກເຮົາເຮັດວຽກເພື່ອຫັນປ່ຽນສວນສັດລາວແຫ່ງນີ້ມາເປັນອົງການກຸສົນສັດປ່າລະດັບໂລກ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງສັດປ່າທຸກໂຕທີ່ໄດ້ອາໄສຢູ່ໃນສະຖານທີ່ແຫ່ງນີ້ໃຫ້ດີຂຶ້ນ. ວຽກງານສິ່ງນີ້ຈະເດີນໜ້າໄປບໍ່ໄດ້ຖ້າຫາກຂາດການຊ່ວຍເຫຼືອຈາກບັນດາຜູ້ອາສາສະໝັກ!

ໃນໂປຼແກຼມການກໍ່ສ້າງຄອກສັດ ແລະ ລ້ຽງດູສັດປ່າແຕ່ລະມື້ພວກເຮົາຈະເຮັດວຽກແຕກຕ່າງກັນໄປ ເພື່ອລ້ຽງດູ ແລະ ເສີມສ້າງຊີວິດຂອງສັດປ່າທຸກໂຕຂອງພວກເຮົາໃຫ້ດີຂຶ້ນ. ທຸກໆຄົນທີ່ໄດ້ເຂົ້າມາເປັນອາສາສະໝັກຢູ່ໃນສູນຂອງພວກເຮົານີ້ກໍ່ໄດ້ຊ່ວຍພວກເຮົາເຮັດສະນ້ຳ, ຄອກສັດໃໝ່ ຫຼື ສິ່ງໄຕ່ປີນຕ່າງໆເຮັດໃຫ້ສິ່ງດັ່ງກ່າວນີ້ເກີດຄຸນປະໂຫຍດຕໍ່ກັບຊີວິດຂອງສັດປ່າທີ່ໃກ້ຈະສູນພັນຢ່າງຍິ່ງໃນຫຼາຍໆປີຂ້າງໜ້າ.

Volunteers with elephant enrichment

ອາລີຊີເມນ

ພວກເຮົານຳໃຊ້ອາລີຊີເມນ ແລະ ສ້າງກິດຈະກຳຕ່າງໆໃຫ້ສັດປ່າເຮັດຕະຫຼອດວັນເພື່ອກະຕຸ້ນຈິດໃຈ ແລະ ຮ່າງກາຍຂອງພວກມັນຊ່ວຍເຮັດໃຫ້ພວກມັນບໍ່ເບື່ອໜ່າຍ ແລະ ຫຼຸດຜ່ອນຄວາມຕຶງຄຽດ. ພ້ອມກັນນີ້, ຍັງເປັນສ່ວນໜຶ່ງທີ່ສຳຄັນໃນຂັ້ນຕອນການບຳບັດຟື້ນຟູ ເພື່ອຝຶກອົບຮົມ ແລະ ສົ່ງເສີມໃຫ້ສັດປ່າມັນສາມາດສະແດງພຶດຕິກຳທາງທຳມະຊາດອອກມາກ່ອນກະກຽມເອົາພວກມັນກັບຄືນສູ່ທຳມະຊາດ.

ຜູ້ອາສາສະໝັກດ້ານການລ້ຽງດູ ແລະ ການກໍ່ສ້າງຄອກສັດປະຕິບັດຕາມຕາຕະລາງເຮັດອາລີຊີເມນປະຈຳໃຫ້ກັບສັດປ່າທຸກໂຕ. ພວກເຮົາມີເຄື່ອງຂອງວັດຖຸທີ່ນຳໃຊ້ຄືນໄດ້ຫຼາຍຢ່າງໃຫ້ກັບໂຄງການຂອງທ່ານ ແລະ ພ້ອມຈະຊຸກຍູ້ແນວຄວາມຄິດອັນໃໝ່ໆ. ການເຮັດສິ່ງທ້າທາຍໃຫ້ສັດປ່າ ແລະ ໃຫ້ພວກມັນເຮັດວຽກຜ່ານບັນຫາໃໝ່ທຸກໆວັນເປັນສິ່ງທີ່ສຳຄັນສຳລັບຊີວິດການເປັນຢູ່ທີ່ດີຂອງພວກມັນ ສະນັ້ນ, ນຳເອົາແນວຄວາມຄິດຂອງທ່ານມາເລີຍ!

Macaques explore their new wooden house

ການກໍ່ສ້າງ

ນັບຕັ້ງແຕ່ພວກເຮົາໄດ້ມາຢູ່ໃນສະຖານທີ່ສວນສັດລາວແຫ່ງນີ້ ສູນຂອງພວກເຮົາກໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແຕ່ກໍ່ຍັງມີຫຼາຍຢ່າງຈະຕ້ອງໄດ້ສ້ອມແປງຄືນໃໝ່. ເຖິງແມ່ນວ່າສັດປ່າສ່ວນຫຼາຍໄດ້ອາໄສຢູ່ໃນຄອກທີ່ເໝາະສົມທີ່ສຸດແລ້ວ ແຕ່ພວກເຮົາຍັງຈະຕ້ອງສືບຕໍ່ສ້ອມແປງອີກ! ພວກເຮົາມີຕາຕະລາງການກໍ່ສ້າງທີ່ຂ້ອນຂ້າງຫຍຸ້ງເພື່ອກໍ່ສ້າງ ແລະ ປັບປຸງຄອກສັດຕ່າງໆໃຫ້ກັບສັດປ່າທຸກໂຕ ແລະ ທ່ານສາມາດມາເປັນສ່ວນໜຶ່ງທີ່ສຳຄັນຂອງທີມງານນີ້.

ການເຮັດວຽກຮ່ວມກັບພະນັກງານທ້ອງຖິ່ນຂອງພວກເຮົາ ທ່ານຈະຊ່ວຍສ້າງຄອກສັດໃໝ່ ແລະ ຕົບແຕ່ງສິ່ງໄຕ່ປີນໄປມາຕ່າງໆເຊັ່ນ: ສະນ້ຳ, ບ່ອນຫຼົບລີ້ ແລະ ຫໍໄຕ່ປີນຕ່າງໆ. ຖ້າວ່າຊ່ວງດິນຟ້າອາກາດບໍ່ຄ່ອຍດີ ພວກເຮົາເຮັດຄອກສັດ ພ້ອມທັງເຮັດເຮືອນໄມ້ນ້ອຍ, ຂັ້ນໄດເຊືອກ ແລະ ສິ່ງອື່ນໆໃສ່ໄວ້ໃນຄອກສັດນຳ. ພວກເຮົາພ້ອມສົ່ງເສີມໃຫ້ທ່ານອອກແນວຄິດຂອງທ່ານໄດ້ເຊັນດຽວກັນ!

ເຮັດວຽກແນວໃດໃນແຕ່ລະວັນ?

ທ່ານອາດບໍ່ລຳຄານ! ຜູ້ອາສາສະໝັກຂອງພວກເຮົາເຮັດວຽກຕັ້ງແຕ່ 8 ໂມງເຊົ້າ ຫາ 5 ໂມງແລງ ແລະ ພັກໜຶ່ງມື້ຕໍ່ອາທິດ. ເຖິງແມ່ນວ່າພວກເຮົາຈະດຳເນີນງານຕາມຕາຕະລາງປະຈຳວັນ ແຕ່ການເຮັດວຽກໃນເຂດຮ້ອນແບບນີ້ລະດູການ, ດິນຟ້າອາກາດ ແລະ ຄວາມຕ້ອງການຂອງສັດປ່າສາມາດປ່ຽນແປງສິ່ງຕ່າງໆໄດ້ໂດຍບໍ່ຄາດຫວັງ! ພວກເຮົາເປັນທີມງານຊ່ຽວຊານດ້ານສັດປ່າຂະໜາດນ້ອຍ ສະນັ້ນ, ພວກເຮົາຂໍໃຫ້ທ່ານອົດທົນກັບພວກເຮົາໃນສິ່ງທີ່ຍັງບໍ່ທັນໄດ້ວາງແຜນການ: ແຕ່ແນ່ນອນແລ້ວພວກເຮົາຕ້ອງຖືເອົາສັດປ່າເປັນສິ່ງທີ່ສຳຄັນກ່ອນ. ນີ້ແມ່ນສິ່ງທີ່ທ່ານເຮັດໃນແຕ່ລະວັນ:

08:00ຕອນເຊົ້າ: ທ່ານຈະເລີ່ມເກືອອາຫານໃຫ້ສັດປ່າ, ອະນາໄມຄອກສັດ ແລະ ກະກຽມອາລີຊີເມນໄວ້ສຳລັບສັດປ່າທີ່ຫາກໍ່ກູ້ໄພມາໃໝ່ ແລະ ສັດປ່າບາງໂຕທີ່ໄດ້ອາໄສຢູ່ໃນສູນນີ້.
10:30ການປຸກສ້າງຄອກສັດ ແລະ ບາງໂຄງການພິເສດ: ພວກເຮົາຈະລົງໄປໃນພາກສະໜາມເພື່ອປຸກສ້າງຄອກສັດໃໝ່ ແລະ ພ້ອມທັງສ້ອມແປງຄືນຄອກສັດເກົ່າ. ຖ້າວ່າອາກາດຮ້ອນຫຼາຍ ຫຼື ຝົນຕົກໜັກພວກເຮົາຈະມາສ້າງເຮືອນໄມ້ນ້ອຍ ແລະ ຂັ້ນໄດເຊືອກຢູ່ໃນຫ້ອງຕົບແຕ່ງອາລີຊີເມນເພື່ອນຳໄປໃຫ້ສັດປ່າຂອງພວກເຮົາໃນຄອກສັດ.
12:30ກິນເຂົ້າສວາຍ
13:30ຕອນເອົາອາລີຊີເມນໄປໃຫ້ສັດ: ພວກເຮົາມີສັດຫຼາຍກວ່າ 400 ໂຕຢູ່ໃນສູນແຫ່ງນີ້! ມີບາງໂຕແມ່ນຕ້ອງການອາລີຊີເມນທຸກໆມື້ຫຼາຍກວ່າສິ່ງອື່ນໆ. ພະນັກງານຂອງພວກເຮົາສາມາດຊ່ວຍທ່ານອອກແນວຄິດເຮັດອາລີຊີເມນໄດ້ໂດຍອີງໃສ່ວັດຖຸເຄື່ອງຂອງທີ່ພວກເຮົາມີ ເພື່ອໃຫ້ປອດໄພຕໍ່ສັດປ່າ ແລະ ມີຄວາມທົນທານ.
16:00ກຳລັງສຳເລັດລົງ: ໃນສູນນີ້ພວກເຮົາແລ້ວວຽກຕ່າງໆຕອນທ້າຍມື້ ແລະ ມາເກືອອາຫານໃຫ້ສັດປ່າທີ່ຫາກໍ່ກູ້ໄພມາໃໝ່ ແລະ ສັດປ່າເກົ່າບາງໂຕທີ່ຢູ່ໃນສູນຂອງພວກເຮົາ.
17:00ສຳເລັດແລ້ວ! ຫຼັງຈາກເລີກວຽກແລ້ວກໍ່ແມ່ນເວລາພັກຜ່ອນຂອງທ່ານ. ທ່ານສາມາດພັກຜ່ອນກັບຜູ້ອາສາສະໝັກຄົນອື່ນໆຍ່າງເລາະໃນສູນເພື່ອເບິ່ງຊົມສັດປ່າບາງຊະນິດຂອງພວກເຮົາທີ່ອອກຫາກິນໃນຍາມກາງຄືນ ຫຼື ຍ່າງລົງໄປເລາະຫຼິ້ນຢູ່ໃນຕະຫຼາດທ້ອງຖິ່ນ.

ກິນຫຍັງເປັນອາຫານເຊົ້າ? ຈະມາທີ່ສູນຂອງພວກເຮົາໄດ້ແນວໃດ? ລາຄາຖືກເທົ່າໃດ? ຄູ່ມືການເປັນອາສາສະໝັກຂອງພວກເຮົາມີຂໍ້ມູນທຸກຢ່າງທີ່ທ່ານຕ້ອງການ! ຖ້າທ່ານບໍ່ພົບຄຳຕອບໃດສຳລັບຄຳຖາມຂອງທ່ານ ກະລຸນາຢ່າລັງກຽດຕິດຕໍ່ຫາພວກເຮົາ. ເມື່ອທ່ານຕັດສິນໃຈເລືອກເອົາໂປຼແກຼມແລ້ວ ທ່ານສາມາດສະໝັກຜ່ານອອນໄລນ໌ໄດ້ຂ້າງລຸ່ມນີ້!

ຄູ່ມືການເປັນອາສາສະໝັກ ສະໝັກຜ່ານອອນໄລນ໌

ພວກເຮົາມີຄວາມພາກພູມໃຈໃນສິ່ງທີ່ບັນດາຜູ້ອາສາສະໝັກໄດ້ຊ່ວຍເຫຼືອພວກເຮົາຈົນປະສົບຜົນສຳເລັດ ແຕ່ວ່າຢ່າພຽງອ່ານແຕ່ຄຳເວົ້າຂອງພວກເຮົາ: ເຊີນກົດເຂົ້າເບິ່ງຣີວິວຂອງພວກເຮົາໃນ Facebook ແລະ Google.