ຄອບຄົວລາວ-ໄທໄດ້ສ້າງຕັ້ງສວນສັດລາວຂຶ້ນໃນປີ 1994 ເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງສຳລັບປະຊາຊົນລາວ ແລະ ນັກທ່ອງທ່ຽວ ໂດຍມີຈຸດປະສົງເພື່ອໃຫ້ໂອກາດໃຫ້ປະຊາຊົນໄດ້ເຂົ້າມາເບິ່ງຊົມ ແລະ ຮຽນຮູ້ກ່ຽວກັບສັດປ່າຊະນິດຕ່າງໆຂອງລາວ, ສົ່ງເສີມໃຫ້ເຂົາເຈົ້າມີການອະນຸລັກສັດປ່າທີ່ຍັງມີຢູ່ໃນທຳມະຊາດ.

ໃນປີ 2015 ເຈົ້າຂອງສວນສັດຈຶ່ງໄດ້ເລີ່ມໂຄງການທີ່ສຳຄັນອັນໜຶ່ງຂຶ້ນມາເພື່ອປັບປຸງຄອກສັດຕ່າງໆ ແລະ ຂະຫຍາຍສະຖານທີ່ແຫ່ງນີ້ໃຫ້ກາຍເປັນສູນອະນຸລັກສັດປ່ານາໆຊະນິດແຫ່ງທຳອິດຂອງປະເທດລາວ ແລະ ໃຫ້ເປັນສັນຍາລັກໃນການຕ້ານກັບການຄ້າສັດປ່າທີ່ຜິດກົດໝາຍໃນ ສປປ ລາວ. ໂດຍສືບຕໍ່ຮ່ວມມືກັນກັບບັນດາອົງການ NGO ທີ່ເຮັດວຽກດ້ານການອະນຸລັກສັດປ່າໃນອາຊີຕາເວັນອອກສ່ຽງໃຕ້, ຈາກນັ້ນຈຶ່ງມີການສ້າງຕັ້ງມູນນິທິອະນຸລັກສັດປ່າລາວຂຶ້ນ ແລະ ໄດ້ຈົດທະບຽນເຂົ້າເປັນສູນມູນນິທິທີ່ບໍ່ຫວັງຜົນກຳໄລໃນປະເທດລາວ ແລະ ເປັນອົງການກຸສົນໃນຢູເຄ.

ນັບຕັ້ງແຕ່ສວນສັດລາວໄດ້ເຂົ້າຮ່ວມກັບມູນນິທິອະນຸລັກສັດປ່າລາວຈຶ່ງຄ່ອຍມີການປັບປຸງພື້ນທີ່ຫຼາຍໆແຫ່ງ ແລະ ສັດປ່າຈຶ່ງໄດ້ຮັບການເບິ່ງແຍງຮັກສາທີ່ດີ. ມີການກໍ່ສ້າງຄອກສັດໃໝ່ໃຫ້ມີເນື້ອທີ່ກວ້າງຂວາງຄືກັນກັບບ່ອນຢູ່ອາໄສໃນທຳມະຊາດ ເພື່ອໃຫ້ສັດປ່າມັນໄດ້ຍ່າງໄປໆມາໆຢ່າງເປັນອິດສະຫຼະ ແລະ ສາມາດສະແດງພຶດຕິກຳທາງທຳມະຊາດອອກມາຄືກັນກັບຕອນທີ່ພວກມັນຍັງຢູ່ໃນປ່າ. ນອກຈາກນີ້, ສັດປ່າກໍ່ຖືກນຳໄປເຂົ້າກັບຝູງເພື່ອໃຫ້ພວກມັນມີແຮງກະຕຸ້ນຂຶ້ນຢູ່ເລື້ອຍໆ ແລະ ສາມາດຊ່ວຍສັດທີ່ກູ້ໄພມາໃໝ່ ແລະ ສັດທີ່ອາໄສຢູ່ໃນສູນຂອງພວກເຮົາຟື້ນກັບຄືນສູ່ສະພາບເດີມ.

ຍ້ອນນັກໂພຊະນາການສັດປ່າໄດ້ໃຫ້ການຊ່ວຍເຫຼືອຈຶ່ງເຮັດໃຫ້ອາຫານສັດປ່າຂອງພວກເຮົາໄດ້ຮັບການປັບປຸງປະຕິບັດຕາມຫຼັກການມາດຕະຖານສາກົນທີ່ທາງສວນສັດ ແລະ ສູນຫຼົບໄພສັດປ່າຕ່າງໆນຳໃຊ້ໃນທົ່ວໂລກ ສິ່ງນີ້ກໍ່ເພືື່ອຮັບປະກັນໃຫ້ສັດປ່າທຸກໆໂຕຂອງພວກເຮົາໄດ້ກິນອາຫານທີ່ຖືກຕ້ອງຕາມຫຼັກໂພຊະນາການຢ່າງຄົບຖ້ວນ. ນອກຈາກນີ້, ຄລິກນິກສັດຕະວະແພດທີ່ຫາກໍ່ສ້າງໃໝ່ຍັງມີທີມງານຂອງພວກເຮົາຄອຍໃຫ້ການຮັກສາຕະຫຼອດ 24 ຊົ່ວໂມງແກ່ສັດປ່າທຸກໆໂຕ.

ທີມງານຂອງພວກເຮົາໄດ້ສ້າງຕາຕະລາງເພື່ອເຮັດອາລີຊີເມນປະຈຳໃຫ້ກັບສັດປ່າທຸກໆໂຕ ໂດຍໄດ້ຮັບການຊ່ວຍເຫຼືອຈາກບັນດາຜູ້ອາສາສະໝັກສາກົນ. ອາລີຊີເມນສ້າງຂຶ້ນມາເພື່ອກະຕຸ້ນໃຫ້ສັດປ່າປະພຶດພຶດຕິກຳທີ່ເປັນທຳມະຊາດອອກມາໃຫ້ຄືກັນກັບຕອນທີ່ພວກມັນຍັງຢູ່ໃນປ່າ ແລະ ໃຫ້ມີຜົນປະໂຫຍດອັນຍິ່ງໃຫຍ່ຕໍ່ກັບສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈຂອງພວກມັນ. ຖ້າບໍ່ມີການສ້າງອາລີຊີເມນສັດປ່າຫຼາຍໆໂຕທີ່ພວກເຮົາປ່ອຍຄືນສູ່ປ່າຈະບໍ່ມີທັກສະ ຫຼື ຄວາມເປັນທຳມະຊາດໃຫ້ມີຊີວິດຢູ່ລອດໃນປ່າ.

ວິໄສທັດຂອງສວນສັດລາວ ແລະ ມູນນິທິອະນຸລັກສັດປ່າລາວບໍ່ພຽງແຕ່ເຮັດໃຫ້ສະຖານທີ່ແຫ່ງນີ້ກາຍເປັນບ່ອນຫຼົບໄພທາງຈັນຍາບັນລະດັບໂລກສຳລັບສັດປ່າທີ່ຕົກເປັນເຫຍື່ອການຄ້າສັດປ່າທີ່ຜິດກົດໝາຍ ແຕ່ຍັງຈະເຮັດໃຫ້ກາຍເປັນສູນທີ່ໃຫ້ຄວາມຮູ້ ແລະ ການສຶກສາດ້ານສັດປ່າອີກດ້ວຍ ເພື່ອໃຫ້ນັກອະນຸລັກສັດປ່າຮຸ່ນຫຼັງໄດ້ສຶກສາຮຽນຮູ້ເຖິງການປົກປັກຮັກສາສັດປ່າພາຍໃນປະເທດຂອງພວກເຂົາເອງ. ໂຄງການປັບປຸງສະຖານທີ່ແຫ່ງນີ້ແມ່ນຍັງດຳເນີນງານຢູ່ຕໍ່ເນືື່ອງ ແລະ ຍັງມີຫຼາຍສິ່ງທີ່ຕ້ອງເຮັດໃຫ້ສຳເລັດ ແຕ່ວ່າປັດຈຸບັນນີ້ກໍ່ເຮັດໃຫ້ພວກເຮົາໃກ້ເຂົ້າສູ່ເປົ້າໝາຍນີ້ແລ້ວ.

Lao Zoo entrance

ປະຕູເຂົ້າສວນສັດລາວ

Volunteers construct new enclosures

ຜູ້ອາສາສະໝັກກໍ່ສ້າງຄອກໃໝ່ໃຫ້ສັດປ່າຂອງພວກເຮົາ